ໃນຕອນເຊົ້າຂອງວັນທີ 22 ກຸມພາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ. ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ, ໃນໂອກາດທີ່ມາພົບປະເຮັດວຽກກັບການນຳກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ.
ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 - 20 ມັງກອນ 2024), ໃນຕອນບ່າຍຂອງວັນທີ 18 ມັງກອນ 2024, ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ຕ້ອນຮັບໂດຍ ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ພ້ອມທັງໄດ້ມອບປັດໃຈ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 10 ລ້ານກວ່າກີບ ເພື່ອປະກອບສ່ວນຊຸກຍູ້ ແລະ ເປັນກຳລັງໃຈ ໃຫ້ແກ່ອ້າຍເອື້ອຍນ້ອງ, ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ແນວໜ້າ ເຂດຊົນນະບົດ, ທຸລະກັນດານ ແລະ ຫ່າງໄກສອກຫລີກ.
ໃນຕອນບ່າຍຂອງວັນທີ 08 ທັນວາ 2023, ທີ່ ເດີ່ນເຕະບານອາໂລຮາ, ນະຄອນຫຼວງວຽງຈັນ, ຊາວໜຸ່ມກະຊວງການຕ່າງປະເທດໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊິງຂັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງ ປະເທດ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975 - 2 ທັນວາ 2023), ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໄມທອງ ທໍາມະວົງສາ, ກຳມະການ ຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ສະຫາຍ ໂພທອງ ພົງພູທອນ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ສະຫາຍ ຄໍາໄພ ພັນທອງດີ, ຮອງປະທານສະຫະພັນກໍາມະບານ ກະຊວງການຕ່າງປະເທດ, ສະຫາຍ ນາງ ຂັນມາລາ ພັນດານຸວົງ, ຮອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ມີບັນດາສະມາຊິກຊາວໜຸ່ມ, ກຳມະບານ, ແມ່ຍິງ ກໍ່ຄື ພະນັກງານພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາບານເຕະໃນຄັ້ງນີ້, ໄດ້ຈັດແບ່ງອອກເປັນ 02 ປະເພດ ຄື: ບານເຕະຊາຍ (4 ທີມ) ແລະ ບານເຕະຍິງ (2 ທີມ), ເຊິ່ງນອກຈາກເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບ ຮອບ 48 ປີ ແລ້ວ, ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມສະຫຼຸບວຽກງານຊາວໜຸ່ມຂອງ ກະຊວງການຕ່າງປະເທດ ປະຈໍາປີ 2023 ທີ່ຈະຈັດຂຶ້ນໃນທ່າຍເດືອນທັນວາ 2023 ນີ້, ພ້ອມນີ້ ກໍຍັງເປັນການເພີ່ມທະວີຮັດແຫນ້ນຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ ໃຫ້ແກ່ສະມາຊິກຊາວໜຸ່ມ ກໍຄືພະນັກງານພາຍໃນກະຊວງການຕ່າງປະເທດ, ເຊິ່ງການແຂ່ງຂັນກິລາຄັ້ງນີ້ ແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບ, ຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ.