ໃນວັນທີ 23 ພະຈິກ 2018, ທີ່ ສູນຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງນໍ້າຊາ-ພົບປະສັງສັນ ລະຫວ່າງ ບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ, ບັນດາພັນລະຍາທູດຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກບັນດາອົງການຈັດຕັ້ງສາກົນ ປະຈຳຢູ່ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ນ. ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາພະນະທ່ານນາຍົກລັດຖະມົນຕີ. ນອກຈາກນັ້ນຍັງມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງບັນດາກະຊວງ ກໍໄດ້ໃຫ້ກຽດເຂົ້າຮ່ວມ, ລວມທັງໝົດປະມານ 400 ກວ່າທ່ານ, ເຊິ່ງໃນນັ້ນ ມີແຂກຈາກບັນດາສະຖານເອກອັກຄະລັດຖະທູດຕ່າງປະເທດ ແລະ ບັນດາສຳນັກງານອົງການຈັດຕັ້ງສາກົນ ປະຈຳ ນະຄອນຫລວງວຽງຈັນ ເກືອບ 200 ທ່ານ.
ເພື່ອເປັນການສະເລີມສະຫລອງວັນການທູດລາວ ຄົບຮອບ 73 ປີ ທີ່ໝູນວຽນມາເຖິງໃນວັນທີ 12 ຕຸລາ 2018 (12 ຕຸລາ 1945 - 12 ຕຸລາ 2018), ຄະນະຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມສຳມະວິທະຍາສາດ ກ່ຽວກັບ ການເຄື່ອນໄຫວການທູດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃນໄລຍະຜ່ານມາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜູ່ມກະຊວງການຕ່າງປະເທດ, ດ້ວຍການໃຫ້ກຽດເຂົ້າຮ່ວມໂດຍເອກອັກຄະລັດຖະທູດອາວຸໂສຈຳນວນໜຶ່ງ, ມີຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກຊາວໜຸ່ມຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຊາວໜຸ່ມກະຊວງການຕ່າງປະເທດເຂົ້າຮ່ວມປະມານ 350 ກ່ວາສະຫາຍ.
ໃນວັນທີ 30 ກໍລະກົດ 2018, ທີ່ຫ້ອງການສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ພິມພາ ແກ້ວມີໄຊ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ນໍາປັດໃຈ ຈໍານວນ 10,000,000 ກີບ (ສິບລ້ານກີບຖ້ວນ) ໄປມອບໃຫ້ ສະຫະພັນແມ່ຍິງລາວ ຮັບໂດຍແມ່ນທ່ານ ນາງ ອິນລາວັນ ແກ້ວບຸນພັນ, ກໍາມະການສູນກາງພັກ, ປະທານສະຫະພັນແມ່ຍິງລາວ ເພື່ອນໍາໄປປກອບສ່ວນຮ່ວມກັບສະຫະພັນແມ່ຍິງລາວນໍາໄປຊື້ເຄື່ອງຂອງທີ່ຈໍາເປັນໃຫ້ແກ່ແມ່ຍິງ-ເດັກນ້ອຍທີ່ປະສົບໄພນໍ້າຖ້ວມຢູ່ໃນຂອບເຂດທົ່ວປະເທດ.
ກ່ອນຫນ້ານີ້, ບັນດາພັນລະຍານັກການທູດຂອງກະຊວງການຕ່າງປະເທດ ກໍ່ໄດ້ປະກອບສ່ວນຊຸກຍູ້ ຮ່ວມກັບພັນລະຍາການນໍາ ຈໍານວນ 16,000,000 ກີບ (ສິບຫົກລ້ານກີບຖ້ວນ) ເພື່ອປະກອບສ່ວນໃນການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະຫນາມໄຊ, ແຂວງອັດຕະປື.
ການປະກອບສ່ວນຄັ້ງນີ້ ມັນສະແດງເຖິງຄວາມເປັນຫ່ວງເປັນໃຍຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍານັກການທູດ ຕໍ່ແມ່ຍິງ-ເດັກນ້ອຍ ກໍ່ຄືປະຊາຊົນລາວ ທີ່ພວມປະສົບໄພນໍ້າຖ້ວມໃນຂົງເຂດທົ່ວປະເທດ. ພ້ອມດຽວກັນນີ້, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ສືບຕໍ່ລະດົມທຶນ ແລະ ກໍາລັງແຮງຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນກະຊວງ ເພື່ອໄປຊ່ວຍເຫລືອປະຊາຊົນລາວໃນເຂດທີ່ປະສົບໄພທໍາມະຊາດໃນທົ່ວປະເທດອີກດ້ວຍ.