ໃນວັນທີ 27 ກໍລະກົດ 2018, ຊາວໜຸ່ມກະຊວງການຕ່າງປະເທດ ໄດ້ມອບເຄື່ອງຊ່ວຍເຫລືອສຸກເສີນເບື້ອງຕົ້ນ ໃຫ້ແກ່ ສູນກາງ ຊປປລ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນຳ້ຖ້ວມ ໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ເມືອງສະໜາມໄຊ, ແຂວງອັດຕະປື. ຕາງໜ້າຊາວໜຸ່ມກະຊວງການຕ່າງປະເທດ ເປັນກຽດມອບເຄື່ອງໂດຍ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ, ເລຂະຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຕາງໜ້າສູນກາງຊາວໜຸ່ມ ຂຶ້ນຮັບໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງເລຂາຄະນະບໍລິຫານງານສູນກາງ ຊປປລ, ມີສະມາຊິກຊາວໜຸ່ມຂອງທັງສອງພາກສ່ວນເຂົ້າຮ່ວມ.
ໃນວັນທີ 25 ກໍລະກົດ 2018, ທີ່ ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955 - 20 ກໍລະກົດ 2018), ໂດຍການເປັນປະທານຂອງທ່ານ ນາງ ພິມພາ ແກ້ວມີໄຊ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ຜູ້ຕາງໜ້າຄະນະພັກ-ຄະນະນຳກະຊວງ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ຄະນະສະຫະພັນແມ່ຍິງກະຊວງ, ບັນດາຄະນະກົມ, ປ້າອາວຸໂສບຳນານ, ພັນລະຍາການນຳ-ພັນລະຍາຄະນະກົມຂອງກະຊວງ, ສະມາຊິກສະຫະພັນແມ່ຍິງກະຊວງ ແລະ ອ້າຍນ້ອງຊາຍຈຳນວນໜຶ່ງຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 400 ຄົນ.
ໃນຕອນບ່າຍຂອງວັນທີ 09 ກໍລະກົດ 2018, ທ່ານ ປ້າ ນາລີ ສີສຸລິດ, ພັນລະຍາ ພະນະທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດໂອ້ລົມແກ່ ພັນລະຍາການນໍາ, ພະນັກງານແມ່ຍິງກະຊວງການຕ່າງ ປະເທດ ແລະ ພັນລະຍາຂັ້ນກົມ ທີ່ເຂົ້າຮັບການຝຶກອົບຮົມ ເປັນໄລຍະ 5 ວັນ (ວັນທີ 09-12ກໍລະກົດ 2018), ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ICTC, ເຊິ່ງລວມຜູ້ຮັບຟັງທັງຫມົດ 200 ກວ່າທ່ານ.