ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ

ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ພົບປະແລກປ່ຽນປະຈຳປີ ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ

 

Mofawomen8june2018PLB2

Mofawomen8june2018PLB3

ລະຫວ່າງວັນທີ 7-10 ມິຖຸນາ 2018, ຄະນະ​​ສະຫະພັນແມ່ຍິງ (ສຍລ) ຊວງການຕ່າງປະເທດ ນຳໂດຍ ສະຫາຍ ນາງ ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີ​, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ໄດ້ຕ້ອນຮັບຄະນະແມ່ຍິງ ກະຊວງການຕ່າງປະເທດຫວຽດນາມ ນຳໂດຍ ສະຫາຍ ນາງ ຫງວຽນ ທິ ຫງວຽດ ຫງ່າ, ພັນລະຍາຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມທີ່ເດີນທາງມາຢ້ຽມຢາມ ແລະ ພົບປະແລກບົດຮຽນກັບ​​ ສຍລ ກະຊວງການຕ່າງປະເທດ ລາວ ທີ່ ນະຄອນຫວງພະບາງ, ແຂວງຫຼວງພະບາງ. ໃນການຢ້ຽມຢາມຄັ້ງນີ້, ຄະນະໄດ້ຮັບກຽດ​ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ບົວທອງ ແພງສະຫວັນ, ຮອງເລຂາພັກແຂວງ, ປະທານອົງການກວດກາແຂວງຫຼວງພະບາງ, ສະຫາຍ ນາງ ບົວສອນ ໄຊຍະໄຊ, ຮອງປະທານສະຫະພັນແມ່ຍິງແຂວງຫຼວງພະບາງແລະ ທ່ານ ຫວຽນບາຮຸ່ງ, ​ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ.

​​​ໃນການພົບປະສອງຝ່າຍລະຫວ່າງສະຫະພັນແມ່ຍິງຂອງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດາມ ທີ່ໄດ້ຈັດຂຶ້ນ ໃນວັນທີ 8 ມິຖຸນາ 2018, ຕາງໜ້າຝ່າຍລາວສະຫາຍນາງພິມພາແກ້ວມີໄຊ, ຄະນະ​​ບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສຍ), ປະທານສຍລກະຊວງການຕ່າງປະເທດ, ຮອງ​ປະທານ​ຄະນະກຳມາ​ທິການ​ ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ ກະຊວງ​ການ​ຕ່າງປະ​ເທດ ແລະ ຕາງໜ້າຝ່າຍ ຫວຽດນາມ ສະຫາຍ ນາງ ເລ່ທິ ຕວຽດ ມ່າຍ, ຄະນະບໍລິຫານງານສູນກາງແມ່ຍິງຫວຽດນາມ, ຮອງປະທານຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງກະຊວງຕ່າງປະເທດ ໄດ້ຜັດປ່ຽນກັນແຈ້ງໂດຍຍໍ້ ກ່ຽວກັບ ສະພາບ ແລະ ການເຄື່ອນໄຫວຂອງສະຫະພັນ​ແມ່ຍິງກະຊວງການຕ່າງປະເທດຂອງລາວ ແລະ ຫວຽດນາມ ໃຫ້ກັນຊາບ. ພ້ອມນັ້ນ, ທັງສອງຝ່າຍຍັງ ໄດ້ແລກປ່ຽນບົດຮຽນ ກ່ຽວກັບ ກິດຈະກຳການເຄື່ອນໄຫວຂອງຕົນ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຊຶ່ງເປັນວຽກງານທີ່ມີຄວາມສຳຄັນເພື່ອຍົກສູງບົດບາດຂອງແມ່ຍິງໃນຂົງເຂດວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍແລະ ສະກັດກັ້ນການໃຊ້ຄວາມຮຸແຮງຕໍ່ແມ່ແລະເດັກເວົ້າລວມ, ເວົ້າສະເພາະໃນຂົງເຂດວຽກງານການຕ່າງປະເທດ. ນອກນັ້ນ, ຍັງໄດ້ຊົມເຊີຍຕໍ່ຜົນສຳເລັດ​​ການຮ່ວມມື ຂອງແມ່ຍິງສອງກະຊວງການຕ່າງປະເທດໃນໄລຍະທີ່ຜ່ານມາ, ຊຶ່ງມີບາດກ້າວຂະຍາຍຕົວເປັນທີ່ໜ້າເພິ່ງພໍໃຈ.

ສອງ​ຝ່າຍ ຕີ​ລາຄາ​ສູງ​ຕໍ່ການຢ້ຽມຢາມພົບປະຄັ້ງນີ້, ສະ​ແດງ​ເຖິງ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດ ​ເວົ້າລວມ, ​ເວົ້າສະ​ເພາະ ​ແມ່ນ​ການ​ຮ່ວມ​ມື​ຂອງ​ແມ່ຍິງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ລາວ-ຫວຽດນາມ ​ໃຫ້​ສູ່​ລວງ​ເລິກ ​ແລະ ​ເປັນ​ຮູບ​ປະ​ທຳ ນັບ​ມື້​ໜັກ​ແໜ້ນຢ່າງ​ຕໍ່​ເນື່ອງ. ນອກນັ້ນ, ຄະນະຍັງໄດ້ຢ້ຽມຢາມສະຖານທີ່ຕ່າງໆເຊັ່ນ: ພະລາດຊະວັງ, ວັດຊຽງທອງ, ນ້ຳຕົກຕາດກວ້າງຊີ ແລະ ສູນຫັດຖະກຳແຜ່ນແພບ້ານຜານົມ, ຊຶ່ງເປັນເມືອງມໍລະດົກໂລກ, ສະຖານທີ່ທ່ອງທ່ຽວປະຫວັດສາດ, ວັດທະນະທຳແລະ ທຳມະຊາດທີ່ມີຊື່ສຽງຂອງສປປລາວກໍຄືຂອງໂລກ.

ສະມາຊິກກໍາມະບານສະຖານທູດລາວ ທີ່ນະຄອນຫລວງມົດສະກູ ອອກແຮງານລວມຫມູ່

Moscow 33 030

ອ່ານເພີ່ມເຕີມ... 

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມແລກປ່ຽນບົດຮຽນ ແລະ ທັດສະນະສຶກສາ ຢູ່ ນະຄອນດານັງ, ສສ. ຫວຽດນາມ

MYHanoi1

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480274
ມື້ນີ້104
ມື້ວານ157
ອາທິດນີ້672
ເດືອນນີ້6505