ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບປັດໃຈໃຫ້ແກ່ອ້າຍນ້ອງ, ນາຍ ແລະ ພົນທະຫານ ໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 69 ປີ

meaying mop khg1

meaying mop khg2

     ໃນວັນ​ທີ 16 ມັງກອນ 2018, ຢູ່​ທີ່​ ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ສະຫະພັນ​ແມ່ຍິງ ກະຊວງ​ການ​ຕ່າງປະ​ເທດ, ​​ໄດ້​ນຳ​ເອົາ​ປັດໃຈ ລວມມີເຄື່ອງ​ຊ່ວຍ​ເຫຼືອ, ​ເຄື່ອງ​ບໍລິ​ໂພ​ກຈຳນວນ​ໜຶ່ງ​ ແລະ ເງິນສົດ ລວມມູນ​ຄ່າ​ທັງ​ໝົດ 5 ລ້ານກວ່າກີບ​ ມອບໃຫ້​ແກ່ ສະຫະພັນ​ແມ່ຍິງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ເພື່ອ​​ນຳ​ໄປ​ມອບໃຫ້​ອ້າຍ​ນ້ອງ, ນາຍ ​ແລະ ພົນທະ ຫານ ກະຊວງ​ປ້ອງ​ກັນ​ປະ​ເທດ ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່ຢູ່​ ເຂດຊົນນະບົດ, ທຸລະກັນດານ​ ແລະ ຫ່າງ​ໄກສອກຫຼີກ, ​ເນື່ອງໃນ​​ໂອກາດວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ ຄົບຮອບ 69 ປີ ໃນວັນ​ທີ 20 ມັງກອນ ທີ່​ຈະ​ມາ​ເຖິງ​ນີ້.

ອ່ານເພີ່ມເຕີມ... 

ສະຫະພັນແມ່ຍິງກະຊວງການຕ່າງປະເທດຈັດ “ງານລ້ຽງນ້ຳຊາ” ພົບປະກັບນັກການທູດຍິງຕ່າງປະເທດ

 

Womencup1 Womencup2 Womencup3

 

ໃນວັນທີ 17 ພະຈິກ 2017, ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານພົບປະສັງສັນ ງານລ້ຽງນ້ຳຊາລະຫວ່າງບັນດາພັນລະຍາການນຳ, ການນຳເພດຍິງ ຂອງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາພັນລະຍາຂອງທູດຕານຸທູດຕ່າງປະເທດປະຈຳລາວ, ນັກການທູດຍິງຂອງລາວ, ນັກການທູດຍິງຕ່າງປະເທດ ແລະ ແມ່ຍິງຈາກບັນດາອົງການຈັດຕັ້ງສາກົນ ປະຈຳຢູ່ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ. ນອກນັ້ນຍັງມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງບັນດາກະຊວງ, ຕາງໜ້າອົງການຈັດຕັ້ງກຳມະບານ ແລະ ອົງການຈັດຕັ້ງຊາວໜຸ່ມ ກະຊວງການຕ່າງປະເທດ ແລະ ຄະນະ​​ພົວພັນຕ່າງປະເທດສູນກາງພັກ ກໍໄດ້ໃຫ້ກຽດເຂົ້າຮ່ວມ; ລວມທັງໝົດປະມານ 300 ທ່ານ.

ອ່ານເພີ່ມເຕີມ... 

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ 3 ບ້ານ ຢູ່ເມືອງວັງວຽງ ແຂວງວຽງຈັນ

wm vv

ໃນວັນທີ 8 ກັນຍາ 2017, ຢູ່ທີ່ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ລະຫວ່າງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງ 3 ບ້ານ. ບ້ານຜາຕັ້ງ, ບ້ານວັງໂພ ແລະ ບ້ານແກ່ວກ້ວາງ ເມືອງວັງວຽງ, ແຂວງວຽງຈັນ.

ເປັນກຽດມອບໂດຍທ່ານ ນາງ ອາລູນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ນາຍບ້ານຈາກ 3 ບ້ານ ໂດຍການເປັນສັກຂີພະຍານຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງ-ພໍ່ແມ່ປະຊາຊົນ ຈາກ 3 ບ້ານຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480390
ມື້ນີ້48
ມື້ວານ172
ອາທິດນີ້788
ເດືອນນີ້6621