ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ນາງ ຫງວຽນ ຫງວຽດ ງາ, ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດລາວ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດລາວ ພ້ອມດ້ວຍຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຢ້ຽມຢາມເຮັດວຽກຢູ່ ນະຄອນໂຮ່ຈີມິນ ແລະ ນະຄອນຍາຈາງ, ແຂວງແຂັງຮວ່າ, ສສ. ຫວຽດນາມ, ໃນລະຫວ່າງວັນທີ 24-28 ກຸມພາ 2017. ການຢ້ຽມຢາມຄັ້ງນີ້ ແມ່ນການຢ້ຽມຢາມແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງກະຊວງການຕ່າງປະເທດຂອງສອງປະເທດ ລາວ ແລະ ຫວຽດນາມ, ຊຶ່ງຝ່າຍຫວຽດນາມ ໄດ້ທຳການຢ້ຽມຢາມ ສປປ ລາວ ນຳໂດຍ ທ່ານ ນາງ ຫງວຽນ ຫງວຽດ ງາ, ໃນເດືອນ ຕຸລາ 2016 ທີ່ຜ່ານມາ.
ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ 2017 ( 8 ມີນາ 1910 ) ທີ່ໄດ້ໝູນວຽນມາຮອດ ຄົບຮອບ 107 ປີ. ເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນດາເອື້ອຍນ້ອງແມ່ຍິງ ທີ່ໄດ້ລຸກຮື້ຂຶ້ນຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືເທົ່າທຽມກັບຜູ້ຊາຍ, ທວງໃຫ້ນາຍທຶນແກ້ໄຂຊີວິດການເປັນຢູ່ ບົນພາຍໃຕ້ຄຳຂວັນທີ່ວ່າ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ ແມ່ຍິງ ແລະ ຜູ້ຊາຍ ຕ້ອງເຮັດວຽກຄືກັນ, ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ. ດັ່ງນັ້ນ, ໃນວັນທີ 7 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຮ່ວມກັນຈັດງານຂາຍອາຫານທ່ຽງຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ມີບັນດາຮອງລັດຖະມົນຕີກະຊວງການຕ່າງປະເທດ, ບັນດາກົມ, ຮອງກົມ ແລະ ອ້າຍນ້ອງພະນັກງານທັງພາຍໃນກະຊວງ ແລະ ຈາກພາກສ່ວນອື່ນ ເຂົ້າຮ່ວມຢ່າງຟົດຟື້ນ.
ໃນວັນທີ 04 ມີນາ 2017 ທີ່ຜ່ານມາ, ທີ່ກະຊວງການຕ່າງປະເທດ, ຊາວໜຸ່ມກະຊວງການຕ່າງປະເທດ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ (08 ມີນາ) ຄົບຮອບ 107 ປີ ແລະ ເພື່ອກະກຽມສະຖານທີ່ ຈັດກິດຈະກຳຕະຫຼາດນັດຂາຍອາຫານຫາລາຍໄດ້ ຢູ່ພາຍໃນກະຊວງ ໃນວັນທີ 07 ມີນາ 2016 ທີ່ຈະມາເຖິງນີ້ອີກດ້ວຍ.