ໃນຕອນເຊົ້າຂອງວັນທີ 26 ພະຈິກ 2016 ທີ່ຜ່ານມາ, ກະຊວງການຕ່າງປະເທດ ໄດ້ຈັດຂະບວນການອອກແຮງງານລວມ ເພື່ອຕ້ອນຮັບ ວັນຊາດທີ 2 ທັນວາ ຄົບຮອບ 41 ປີ ແລະ ຕ້ອນຮັບ ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ໃນເດືອນທັນວາ ທີ່ຈະມາເຖິງນີ້, ທີ່ ນະຄອນຫລວງວຽງຈັນ, ຊຶ່ງມີ ຫົວຫນ້າຫ້ອງການ, ຫົວຫນ້າກົມ, ຮອງກົມ ແລະ ບັນດາພະນັກງານຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ການອອກແຮງງານໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດອັນຝົດຝື້ນມ່ວນຊື່ນ ແລະ ຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ.
ໃນວັນທີ 26 ພະຈິກ 2016 ທີ່ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດການແຂ່ງຂັນກິລາດອກປີກໄກ່ ຊິງຂັນລັດຖະມົນຕີກະຊວງການຕ່າງປະເທດ ຢູ່ ສະໂມສອນກິລາດອກປີກໄກ່ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອເປັນສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ທີ່ຈະຈັດຂື້ນໃນກາງເດືອນທັນວາ 2016, ທັງເປັນການປະຕິບັດແຜນການເຄື່ອນໄຫວກິລາຊາວໜຸ່ມກະຊວງການຕ່າງປະເທດ ປະຈໍາປີ 2016 ແລະ ນອກນີ້ ຍັງເປັນການເສີມສ້າງການອອກກຳລັງກາຍ ໃຫ້ພະນັກງານມີສຸຂະພາບແຂງແຮງດີ, ມີຈິດໃຈເບີກບານມ່ວນຊື່ນຫ້າວຫັນຕໍ່ໜ້າທີ່ການງານ. ເປັນກຽດເຂົ້າຮ່ວມໃນການແຂ່ງຂັນກິລາດອກປີກໄກ່ຄັ້ງນີ້ ມີ ທ່ານ ບຸນເຫລືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແລະ ທ່ານ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມກະຊວງການຕ່າງປະເທດ ພ້ອມດ້ວຍສະມາຊິກຊາວໜຸ່ມຈາກແຕ່ລະໜ່ວຍ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ, ຊື່ງເຮັດໃຫ້ບັນຍາກາດໃນການແຂ່ງຂັນເປັນຂະບວນຟົດຟື້ນ, ຍິ້ມແຍ້ມແຈ່ມໃຈ ເຕັມໄປດ້ວຍຄວາມສາມັກຄີ ແລະ ນໍ້າໃຈກິລາ.
ໃນວັນທີ 3 ພະຈິກ 2016, ທີ່ກະຊວງການຕ່າງປະເທດ, ສະຫະພັນກຳມະບານກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ 2 ສະໄຫມທີ VII, ເຊິ່ງໄດ້ຈັດຂຶ້ນໃນວັນທີ 29-30 ກັນຍາ 2016 ທີ່ນະຄອນຫລວງວຽງຈັນ; ເຜີຍແຜ່ໂດຍ ສະຫາຍ ຄໍາອິນ ຄິດຈະເດດ, ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ທັງເປັນປະທານກຳມະບານກະຊວງການຕ່າງປະເທດ ໂດຍມີບັນດາສະມາຊິກກຳມະບານກະຊວງການຕ່າງປະເທດ ຈຳນວນ 305 ສະຫາຍ, ຍິງ 80 ສະຫາຍ ເຂົ້າຮ່ວມຟັງ.