ໃນຕອນເຊົ້າວັນທີ 27 ສິງຫາ 2016, ກະຊວງການຕ່າງປະເທດໄດ້ຈັດຕັ້ງຂະບວນການອອກແຮງງານອະນາໄມຢູ່ບໍລິເວນພາຍໃນ ແລະ ອ້ອມຂ້າງກະຊວງການຕ່າງປະເທດເພື່ອຄຳນັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 – 29 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ທີ່ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 3-8 ກັນຍາ 2016. ການອອກແຮງງານລວມຄັ້ງນີ້ມີຫົວຫນ້າຫ້ອງການ, ບັນດາຫົວຫນ້າກົມ, ຮອງກົມພ້ອມດ້ວຍພະນັກງານວິຊາການກະຊວງເຂົ້າຮ່ວມຢ່າງພ້ອມພຽງ.ການອອກແຮງງານລວມຄັ້ງນີ້,ນອກຈາກຈະເປັນການສ້າງຂະບວນການເພື່ອຄຳນັບຮັບຕ້ອນບັນດາກອງປະຊຸມສຸດຍອດ ແລ້ວຍັງເປັນການສ້າງຂະບວນການເພື່ອຊົມເຊີຍວັນຍຶດອຳນາດ ຄົບຮອບ 41 ປີ (23 ສິງຫາ 1975 - 23 ສິງຫາ 2016), ວັນລັດຖະທຳມະນູນແຫ່ງຊາດຄົບຮອບ 25 ປີ (15 ສິງຫາ 1991 – 15 ສິງຫາ 2016) ພ້ອມທັງເປັນການປະກອບສ່ວນເຂົ້າໃນການສ້າງນະຄອນຫລວງວຽງຈັນໃຫ້ມີຄວາມສະອາດສວຍງາມ ເພື່ອຕ້ອນຮັບແຂກຕ່າງປະເທດທີ່ຈະເຂົ້າມາຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນຕົ້ນເດືອນກັນຍານີ້.
ໃນວັນທີ 29 ກໍລະກົດ 2016, ທີ່ ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ (20 ກໍລະກົດ 1955-20 ກໍລະກົດ 2016), ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກກະຊວງ, ຄະນະສະຫະພັນແມ່ຍິງກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ພະນັກງານອາວຸໂສບໍານານ, ສະມາຊິກສະຫະພັນແມ່ຍິງ, ພ້ອມພະນັກງານກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຫລາຍກວ່າ 400 ຄົນ.