ໃນວັນທີ 9 ກັນຍາ 2015, ທີ່ ກະຊວງການຕ່າງປະເທດ, ສາມອົງການຈັດຕັ້ງມະຫາຊົນ ຂອງກະຊວງການຕ່າງປະເທດ ໄດ້ບໍລິຈາກເລືອດ ເພຶ່ອສະເລີມສະຫຼອງວັນການທູດລາວ ຄົບຮອບ 70 ປີ ທີ່ຈະມາຮອດມາເຖິງໃນມໍ່ໆນີ້.
ໃນວັນທີ 10 ກັນຍາ 2015, ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະລົງຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຊຸດທີVII (ຮອບທີ II), ໂດຍການເປັນປະທານຂອງ ສະຫາຍ ນາງ ພິມພາ ແກ້ວມີໄຊ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ; ເປັນກຽດເຂົ້າຮ່ວມຂອງ ສະຫາຍ ດຣ ນາງ ສູນທອນ ໄຊຍະຈັກ,ກໍາມະການສູນກາງພັກ, ເລຂາຄະນະພັກ ຫົວຫນ້າຄະນະພົວພັນຕ່າງປະເທດ; ຄະນະຫົວໜ້າໜ່ວຍແມ່ຍິງ ຈາກບັນດາກົມຕ່າງໆຂອງກະຊວງ ຕປທ ແລະ ຄຕພ; ຄະນະນໍາເພດຍິງຂັ້ນພະແນກ ຂື້ນໄປ ແລະ ສະມາຊິກເພດຍິງ ລະດັບວິຊາສະເພາະຊັ້ນປະລິນຍາໂທຂື້ນໄປ ເຂົ້າຮ່ວມທັງໝົດ 100 ກວ່າ ສະຫາຍ.