ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ຈາກ ບັນດາການນຳ ແຫ່ງ ສາທາລະນະລັດ ໂປໂລຍ ເຖິງ ຝ່າຍ ສປປ ລາວ, ເນື່ອງໃນໂອກາດໄດ້ຮັບຕຳແໜ່ງໃໝ່

 

 

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

 

ພະນະທ່ານ ປະທານປະເທດ,

 

ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຕາງໜ້າໃຫ້ປະຊາຊົນໂປໂລຍ ແລະ ໃນນາມສ່ວນຕົວ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງພະນະທ່ານ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ໃນອະນາຄົດ ຈະນຳມາຊຶ່ງການພັດທະນາຮອບດ້ານ ແລະ ຄວາມກົມກຽວກັນຂອງ ສປປ ລາວ. ຂ້າພະເຈົ້າ ຂໍເນັ້ນວ່າ, ການສືບຕໍ່ຮັດແໜ້ນສາຍພົວພັນກັບ ສປປ ລາວ ຈະຍັງຄົງເປັນເປົ້າໝາຍທີ່ສຳຄັນໜຶ່ງໃນນະໂຍບາຍການຕ່າງປະເທດຂອງ ໂປໂລຍ ທີ່ມີຕໍ່ຂົງເຂດອາຊີຕາເວັນອອກສຽງໃຕ້.

 

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງໃນນາມປະມຸກລັດ.

 

ດ້ວຍຄວາມນັບຖືຢ່າງສູງ,

 

 

ອານເດັຣດຈ ດູດາ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂປໂລຍ

 

 

 

 

 

ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

 

ພະນະທ່ານ ນາຍົກລັດຖະມົນຕີ,

 

ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ໂປໂລຍ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ.

 

ສອງປະເທດພວກເຮົາໄດ້ມີການພົວພັນສອງຝ່າຍທີ່ຜູກພັນກັນມາເປັນເວລາ 50 ປີຜ່ານມາ. ສປປ ລາວ ແມ່ນຄູ່ຮ່ວມມືທາງດ້ານການເມືອງ ແລະ ເສດຖະກິດຂອງ ສ. ໂປໂລຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ, ໃນຊຸມປີຕໍ່ໜ້ານີ້ ພວກເຮົາຈະໄດ້ຮັບຜົນສຳເລັດໃນການເສີມຂະຫຍາຍການພົວພັນສອງຝ່າຍໃນລະດັບຕ່າງໆນຳກັນ.

 

ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີແຕ່ສຸຂະພາບພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງ ພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ,

 

 

ເບຕາ ສຈີໂດລ

ປະທານສະພາລັດຖະມົນຕີ, ນາຍົກລັດຖະມົນຕີ

 

  

 

 

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

 

ພະນະທ່ານລັດຖະມົນຕີ,

 

ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນຊົງກຽດຂອງ ພະນະທ່ານ.

 

ໂປໂລຍ ແລະ ລາວ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືມາຍາວນານເປັນເວລາຫຼາຍກວ່າເຄິ່ງສັດຕະວັດ. ປີໜ້ານີ້, ພວກເຮົາຈະໄດ້ສະເຫຼີມສະຫຼອງ ຄົບຮອບ 55 ປີ ແຫ່ງ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດພວກເຮົາ. ຂ້າພະເຈົ້າ ຫວັງວ່າ, ໃນອານາຄົດອັນໃກ້ໆນີ້ ພວກເຮົາຈະເພີ່ມທະວີການພົວພັນສອງຝ່າຍຂອງພວກເຮົາໃນຫຼາຍດ້ານເຊັ່ນ: ດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ພ້ອມທັງເສີມຂະຫຍາຍການພົວພັນ ລະຫວ່າງ ສອງລັດຖະສະພາ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້ ຈະປະກອບສ່ວນຮັດແໜ້ນຖານະບົດບາດຂອງຕົນ ຢູ່ໃນເວທີສາກົນ.

 

ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບພາລະນາໄມສົມບູນ ແລະ ອວຍພອນໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງປະສົບຜົນສຳເລັດໃນການພັດທະນາປະເທດຊາດ ໄປສູ່ຄວາມວັດທະນາຖາວອນ.

 

 

ວິໂຕນ ວັດສະຈັກໂກສະກີ

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂປໂລຍ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484694
ມື້ນີ້5
ມື້ວານ205
ອາທິດນີ້1132
ເດືອນນີ້3999