ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກ ບັນດາການນຳ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເຖິງ ບັນດາການນຳ ແຫ່ງ ສປປ ລາວ

ພະ​ນະ​ທ່ານ ບຸນ​ຍັງ ວໍລະ​ຈິດ

ປະທານ​ປະ​ເທດ ​

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ທີ່ ນະຄອນຫຼວງວຽງຈັນ

ພະ​ນະ​ທ່ານ ປະທານ​ປະ​ເທດ,

ໃນ​ນາມປະຊາຊົນ​ເຢຍລະ​ມັນ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາ​ຍັງ​ພະນະ​ທ່ານ ​ເນື່ອງ​ໃນ​ໂອກາດ​ທີ່​ພະນະ​ທ່ານ​ຖືກ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ເປັນ​ປະທານ​ປະ​ເທດ​ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

​ເຢຍລະ​ມັນ ​ແລະ ລາວ ມີສາຍ​ພົວພັນຖານ​ເພື່ອນ​ມິດ​ມາ​ໄດ້ຫຼາຍສິບ​ປີ​ແລ້ວ. ຂ້າພະເຈົ້າ ເຊື່ອໝັ້ນ ວ່າ ໃນ​ໄລຍະ​ທີ່ພະນະ​ທ່ານ​ດຳລົງ​ຕຳ​ແໜ່ງ​ເປັນ​ປະທານ​ປະ​ເທດ, ຈະ​ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່​ດີ​​ລະຫວ່າງສອງປະເທດຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ເສີມ​ສ້າງ​ຍິ່ງໆຂຶ້ນ. ກັບ​ການ​ເສີມ​ສ້າງ​ດັ່ງກ່າວ, ພະນະ​ທ່ານ​ສາມາດ​ນັບ​ໄດ້​ເຖິງ​ການສະໜັບສະໜູນຊ່ວຍ​ເຫຼືອຂອງ​ເຢຍລະ​ມັນ ​ໃຫ້​ແກ່​ປະ​ເທດ​ຂອງ​ພະນະ​ທ່ານ ​ໃນ​ການ​ພັດທະນາ​ທີ່​ເຕັມ​ສ່ວນ ​ແລະ ທັນ​ສະ​​ໄໝ​ ​ເພື່ອຄວາມ​ສົມບູນ​ພູນ​ສຸກຂອງ​ປະຊາຊົນ​ລາວ ​ໃນ​ອະນາ​ຄົດ.

        ສຸດ​ທ້າຍນີ້, ຂ້າພະເຈົ້າຂໍ​​ອວຍພອນໃຫ້ພະທ່ານຈົ່ງມີສຸຂະພາບແຂງແຮງ ແລະ ປະສົບ​ຜົນສຳ​ເລັດ​ໃນການ​ປະຕິບັດໜ້າທີ່​ວຽກງານ​ຂອງ​ພະນະ​ທ່ານ.

ໂຈ​ອາ​ຄິມ ​​ເກົາ

ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສະຫະພັນ ເຢຍລະ​ມັນ


ພະ​ນະ​ທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ທີ່ ນະຄອນຫຼວງວຽງຈັນ

ພະ​ນະ​ທ່ານ ປະທານ​ປະ​ເທດ,

ຂ້າພະ​ເຈົ້າ ຂໍສົ່ຄວາມຊົມເຊີຍຢ່າງຈິງໃຈມາ​ຍັງ​ພະນະ​ທ່ານ ​ເນື່ອງ​ໃນ​ໂອກາດ​ທີ່​ຖືກ​​ແຕ່ງຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ເປັນ​ປະທານ​ປະ​ເທດແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ.

​ສອງ​ປະ​ເທດ​ຂອງ​ພວກ​ເຮົາມີຄວາມ​ໄວ້ວາ​ງ​ໃຈ​ເຊິ່ງກັນ ​ແລະ ກັນ​ຢ່າງ​ເຕັມ​ສ່ວນໃນ​ການພົວພັນ​ຮ່ວມ​ມື. ຂ້າພະເຈົ້າຂໍ​​ອວຍພອນ​ໄຊໃຫ້ພະທ່ານຈົ່ງມີພະລານາໄມເຂັ້ມແຂງ ​ແລະ ປະສົບ​ຜົນສຳ​ເລັດອັນໃຫຍາຫຼວງ ໃນພາລະກິດ​ຂອງ​ພະນະ​ທ່ານ. ​

     ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

      ອັງ​ເກ​ລາ ​ແມ​ກ​ແຄນ

                                                                                     ນາຍົກລັດຖະມົນຕີ       

                                                                        ແຫ່ງ ສາ​ທາ​ລະ​ນະ​ລັດ ສະຫະພັນ ເຢຍລະ​ມັນ


ພະ​ນະ​ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ

ລັດຖະມົນຕີ​ຕ່າງປະ​ເທດ ​

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ທີ່ ນະຄອນຫຼວງວຽງຈັນ

​ແບກ​ແລັງ​, ວັນ​ທີ 28 ​ເມສາ 2016

ພະ​ນະ​ທ່ານ,

ຂ້າພະ​ເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາ​ຍັງ​ພະນະ​ທ່ານ ​ເນື່ອງ​ໃນ​ໂອກາດ​ທີ່​​ຖືກ​​ແຕ່ງ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ.

​ໃນ​ປີນີ້ ປະ​ເທດຂອງ​ພະນະ​ທ່ານ​ໄດ້​ຮັບກຽດ​ເປັນ​ປະທານ​ອາຊຽນ ຊຶ່ງ​ມີ​ບົດບາດ​ສຳຄັນ​ທາງການ​ເມືອງສາກົນ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ການປະຕິບັດພາລະກິດຂອງພະນະທ່ານ ບໍ່ພຽງ​ແຕ່​ຈະ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ​ສືບຕໍ່​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ​ເທົ່າ​ນັ້ນ, ​ແຕ່​ຍັງຈະ​ໄດ້ ປະກອບສ່ວນ​ຮັດ​ແໜ້ນສາຍ​ພົວພັນ​​ລະຫວ່າງ ສະຫະພາບ​ເອີຣົບ ​ແລະ ອາຊຽນ ​ໃຫ້​ແໜ້ນ​ແຟ້ນຍິ່ງຂຶ້ນ.

ຂ້າພະເຈົ້າຂໍ​ອວຍພອນ​ໄຊໃຫ້ພະທ່ານຈົ່ງມີພະລານາໄມເຂັ້ມແຂງ, ມີ​ຄວາມ​ເຊື່ອໝັ້ນແລະໂຊກດີ ທຸກປະການໃນ​ພາລະກິດ​ອັນສູງສົ່ງຂອງ​ພະນະ​ທ່ານ.

​   ​               ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

 

     ຟຣັງ-ວາ​ນ​ເຕີ້ ສະ​ຕາຍ​ມາຍ​ເຍີ້

       ລັດຖະມົນຕີ​ຕ່າງປະ​ເທດ

                                                                         ແຫ່ງສາທາລະນະລັດ ສະຫະພັນ ເຢຍລະ​ມັນ


 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485492
ມື້ນີ້193
ມື້ວານ227
ອາທິດນີ້528
ເດືອນນີ້4797