ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດຈາກບັນດາການນຳ ແຫ່ງ ສປປ ລາວ ເຖິງຄູ່ຮ່ວມຕຳແຫນ່ງ ແຫ່ງ ການາດາ

ພະນະທ່ານ ເດວິດ ຈອນສະຕັນ,

ຜູ້ສຳເລັດລາດຊະການ ແຫ່ງ ການາດາ

ທີ່ ໂອຕາວາ

ພະນະທ່ານ,

          ເນື່ອງໃນໂອກາດວັນຊາດ ການາດາ ຄົບຮອບ 149 ປີ, ໃນນາມລັດຖະບານ ແຫ່ງ ສປປ ລາວ, ປະຊາຊົນ ແລະ ໃນນາມສ່ວນຕົວ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນການາດາເພື່ອນມິດທຸກທົ່ວໜ້າ.

          ຂ້າພະເຈົ້າເຊື່ອ​ຫມັ້ນ​ວ່າ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່​ໄດ້​ຮັບ​ການ​ເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງ​ໆຂຶ້ນໃນຊຸມປີຕໍ່ໜ້າ.

          ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນ​​ໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

                                                                             ດ້ວຍຄວາມນັບຖືຢ່າງສູງ,

                                                                               

ບຸນຍັງ ວໍລະຈິດ

                                               ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-----------------------------------------------------------------------------------------------------------------------------

 

ພະນະທ່ານ ຈັສຕິນ ທຣູໂດ,

 

ນາຍົກລັດຖະມົນຕີ ແຫ່ງ ການາດາ

 

ທີ່ ໂອຕາວາ

 

ພະນະທ່ານ,

 

          ເນື່ອງໃນໂອກາດວັນຊາດ ການາດາ ຄົບຮອບ 149 ປີ, ຂ້າພະເຈົ້າໃນນາມຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.

 

          ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງການາດາທີ່ມີຕໍ່ ສປປ ລາວ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ແລະ ການສະໜັບສະໜູນຊ່ວຍເຫຼືອຊື່ງກັນແລະກັນ, ສາຍພົວພັນອັນຍາວນານລະຫວ່າງສອງປະເທດ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ, ເພື່ອສັນຕິພາບໂລກ ແລະການຮ່ວມມືສາກົນ.

 

                                                                               ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

 

                                                                                                                                     ນາຍົກລັດຖະມົນຕີ

                                                                         ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-----------------------------------------------------------------------------------------------------------------------------

ພະນະທ່ານ ສະຕີເຟັນ ດີອອນ,

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ

ທີ່ ໂອຕາວາ

ພະນະທ່ານ,

         

ຂ້າພະ​ເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ເນື່ອງໃນໂອກາດວັນຊາດ ການາດາ ຄົບຮອບ 149 ປີ.

      ໃນປີຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ການາດາ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ ແມ່ນໄດ້ຮັບການພັດທະນາ​ເປັນ​ກ້າວ​ໆ​ມາ ຂ້າພະເຈົ້າຫວັງວ່າຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອສືບ​ຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ - ການາດາ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງປະເທດເຮົາ.

ດ້ວຍຄວາມເຄົາລົບຢ່າງສູງ,

ສະເຫຼີມໄຊ ກົມມະສິດ

                                                                          ລັດຖະມົນຕີກະຊວງການຕ່າງປະເທດ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485798
ມື້ນີ້97
ມື້ວານ206
ອາທິດນີ້834
ເດືອນນີ້5103