ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ເຖິງ ຄູ່ຮ່ວມຕຳແໜ່ງ ຝ່າຍ ອາເມລິກາ

 

ປະທານາທິບໍດີ ບາຣັກ ໂອບາມາ

ແຫ່ງ ສະຫະລັດ ອາເມລິກາ

ທີ່ ວໍຊິງຕັນ, ດີຊີ

 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດແຫ່ງ ສະຫະລັດ ອາເມລິກາ ຄົບຮອບ 240 ປີ,ຂ້າພະເຈົ້າ ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ກໍ່ຄືປະຊາຊົນ ອາເມລິກາ ທຸກຖ້ວນໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະລັດ ອາເມລິກາ ໄດ້ມີສາຍພົວພັນນຳກັນມາແຕ່ດົນນານ ແລະໃນປີ 2015ທັງສອງປະເທດໄດ້ມີການສະເຫຼີມສະຫຼອງວັນຄົບຮອບ 60ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດ. ນອກຈາກນັ້ນ, ທັງສອງປະເທດໄດ້ມີການຮ່ວມມືຢ່າງຕັ້ງໜ້າໃນຫຼາຍໆດ້ານ ຊຶ່ງກວມເອົາບັນດາຂະແໜງການຕ່າງໆ ເຊັ່ນ: ດ້ານວຽກງານຊອກຄົ້ນຫາສິ່ງເສດເຫຼືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ລາວ, ດ້ານການປາບປາມຢາເສບຕິດ, ດ້ານການຮ່ວມມືດ້ານວຽກງານເກັບກູ້ລະເບີດຝັງດິນບໍ່ທັນແຕກ, ດ້ານການທະຫານ, ດ້ານການຄ້າ ແລະ ການລົງທຶນ, ດ້ານສາທາລະນະສຸກ, ດ້ານສຶກສາ ແລະ ອື່ນໆ.

ສະນັ້ນ, ເພື່ອເປັນຂີດໝາຍໃຫ້ແກ່ການເສີມຂະຫຍາຍ ແລະ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງຝ່າຍລາວ-ອາເມລິກາຂ້າພະເຈົ້າ ມີຄວາມຍິນດີທີ່ຈະໄດ້ມີໂອກາດຕ້ອນຮັບພະນະທ່ານເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນກັນຍາ 2016 ແລະ ຫວັງວ່າຜົນຂອງການຢ້ຽມຢາມຂອງພະນະທ່ານ ຈະເປັນການປະກອບສ່ວນໃນການເສີມຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປລາວ ແລະ ສະຫະລັດ ອາເມລິກາ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ,ສັນຕິພາບໂລກ,ການຮ່ວມມືຢູ່ໃນພາກພື້ນ ແລະ ສາກົນ. 

 

ດ້ວຍຄວາມນັບຖືເປັນຢ່າງສູງ,

 

ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

 

 

 

ພະນະທ່ານ ຈອນ ເຄີຣີ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ

ທີ່ ວໍຊິງຕັນ, ດີຊີ

 

ພະນະທ່ານ,

 

  ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະລັດ ອາເມລິກາ ຄົບຮອບ 240 ປີ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ຂໍໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ຜົນສໍາເລັດທຸກປະການໃນໜ້າທີ່ວຽກງານອັນສູງສົ່ງຂອງທ່ານ.

  ຂ້າພະເຈົ້າຫວັງວ່າ ການພົວພັນ ແລະ ການຮ່ວມມືອັນດີທີ່ສ້າງສັນ ລະຫວ່າງ ສອງປະເທດ ກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາ ຈະສືບຕໍ່ຂະຫຍາຍຕົວໄປສູ່ບາດກ້າວໃໝ່ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ການຮ່ວມມືຢູ່ພາກພື້ນ ແລະ ສາກົນ.

 

ດ້ວຍຄວາມນັບຖືເປັນຢ່າງສູງ,

 

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480386
ມື້ນີ້44
ມື້ວານ172
ອາທິດນີ້784
ເດືອນນີ້6617