ພະນະທ່ານ ຟຣັງຊົວ ໂຮນລັງ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ
ທີ່ ນະຄອນຫຼວງປາຣີ
ພະນະທ່ານ,
ພວກຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າໂສກ ກ່ຽວກັບ ເຫດການສະຫຍອງຂວັນທີ່ເກີດຂຶ້ນ, ຈາກການກະທຳທີ່ໂຫດຮ້າຍປ່າເຖື່ອນ ໂດຍຄົນຮ້າຍໄດ້ຂັບລົດບັນທຸກແລ່ນເຂົ້າຕຳປະຊາຊົນ ທີ່ກຳລັງຢືນຊົມບັ້ງໄຟດອກ ແຄມຫາດຊາຍ ໂພຣເມິນາດ ເດຊັງແກຼ (Promenade des Anglais) ທີ່ເມືອງ ນິສ໌ ໃນໂອກາດສະເຫຼີມສອງວັນຊາດ ວັນທີ 14 ກໍລະກົດ 2016, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ. ສປປ ລາວ ກ່າວປະນາມຢ່າງແຂງແຮງ ຕໍ່ການກະທຳດັ່ງກ່າວຂອງກຸ່ມກໍ່ການຮ້າຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ຝຣັ່ງ ກໍຄື ຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການກະທຳອັນຮຸນແຮງດັ່ງກ່າວ.
ສປປ ລາວ ຈະສຶບຕໍ່ໃຫ້ການຮ່ວມມືກັບວົງຄະນາຍາດສາກົນ ໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ ໃນທຸກຮູບແບບ.
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ