ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກ ການນຳຂັ້ນສູງ ແຫ່ງ ສປປ ລາວ ເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ

 

ພະນະທ່ານ ນາງ ແຕ​ແຣ​ຊາ ເມ

ນາຍົກລັດຖະມົນຕີ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ

ທີ່ ລອນດອນ

            ພະນະທ່ານ,

          ເນື່ອງໃນໂອກາດ​ທີ່ ພະນະທ່ານ ໄດ້ຮັບ​ການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນ​ອົບ​ອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງພະ​ນະ​ທ່ານ.

       ຂ້າພະເຈົ້າຫວັງວ່າ ຈະໄດ້ເຮັດວຽກງານຮ່ວມກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດຂອງພວກເຮົາ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ.

 

               ດ້ວຍຄວາມນັບຖືຢ່າງສູງ,

 

                                                                                     ທອງລຸນ ສີ​ສຸ​ລິດ

                                                                                    ນາຍົກລັດຖະມົນຕີ

                                                                 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

------------------------------------------------------------------------------------------------------------------------

ພະ​ນະ​ທ່ານ ບໍ​ຣິ​ສ໌ ຈອນ​ຊັນ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​

ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ​ອັງ​ກິດ ແລະ ອຽກ​ລັງ​ເໜືອ

ທີ່ ລອນດອນ

            ພະນະທ່ານ,

            ເນື່ອງ​ໃນ​ໂອ​ກາດ​ທີ່​ພະ​ນະ​ທ່ານ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ ອັງ​ກິດ ແລະ ອຽກ​ລັງ​ເໜືອ, ຂ້າ​ພະ​ເຈົ້າ​ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະ​ນະ​ທ່ານ ​ຈົ່ງມີ​ພະລາ​ນະໄມ​ສົມ​ບຸນ ແລະ ປະ​ສົບ​ຜົນ​ສຳ​ເລັດ​ອັນ​​ໃຫ​ຍ່​ຫຼວງ ໃນ​ໜ້າ​ທີ່​ວຽກ​ງານ​ງານ​ສູງ​ສົ່ງ​ຂອງ​ພະ​ນະ​ທ່ານ.

            ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ນະ​ທ່ານ ເພື່ອ​ເສີມ​ຂະ​ຫ​ຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ​ພວກ​ເຮົາ ກໍ​ຄື ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ພວກ​ເຮົາໃນ​ອາ​ນາ​ຄົດ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ, ເພື່ອ​ສັນ​ຕິ​ພາບ ແລະ ​ຄວາມວັດ​ທະ​ນະ​ຖາ​ວອນ.

   

     ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

 

                                                                                 ສະ​ເຫຼີມ​ໄຊ ກົມ​ມະ​ສິດ

       ລັດ​ຖະ​ມົນ​ຕີ​ກະ​ຊວງ​​ການ​ຕ່າງ​ປະ​ເທດ

                                                            ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485510
ມື້ນີ້15
ມື້ວານ196
ອາທິດນີ້546
ເດືອນນີ້4815