ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 59 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງ ຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ລັດຖະບານ ແລະ ປະຊາຊົນມາເລເຊຍ ເພື່ອນມິດ ທຸກຖ້ວນຫນ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ຂອງ ພະນະທ່ານ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ ແລະ ມາເລເຊຍ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດລວມ ຂອງ ປະຊາຊົນສອງຊາດ ລາວ ແລະ ມາເລ ເຊຍ ກໍ່ຄື ຄອບຄົວອາຊຽນ ຂອງພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊ ໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫ່ຍຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ພະນະທ່ານ ແລະ ນຳພາປະຊາຊົນມາເລເຊຍ ສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະນັບຖືເປັນຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ພະນະທ່ານດາໂຕ ສຣິໂມດນາຈິບຕຸນ ອັບດຸນ ລາຊັກ
ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ
ທີ່ ກົວລາລຳເປີ
----------------------------------------------------------------------------------------------------------------------------------------------
ພະນະທ່ານ,
ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 59 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ການນຳ ແລະ ລັດຖະ ກອນກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ທຸກຖ້ວນຫນ້າ.
ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ພວກເຮົາ ໃຫ້ຈະເລີນງອກ ງາມຍິ່ງໆຂື້ນ ເພື່ອຜົນປະໂຫຍດລວມ ຂອງປະຊາຊົນສອງຊາດ ລາວ ແລະ ມາເລເຊຍ ກໍ່ຄືການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນເວທີພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີ ແລະ ມີຄວາມສຳຄັນນີ້ ອວຍພອນໃຫ້ ສາຍພົວພັນ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ຈົ່ງສືບຕໍ່ຈະເລີນ ຮຸ່ງເຮືອງຍິ່ງໆຂື້ນ ແລະ ຂໍອວຍພອນ ໃຫ້ພະນະທ່ານ ພ້ອມດ້ວຍການນຳ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງມາເລເຊຍ ທຸກຖ້ວນຫນ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ ໃນຫນ້າທີ່ອັນ ມີກຽດ ແລະ ສູງສົ່ງ ຂອງຕົນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ພະນະທ່ານ ດາໂຕະ ສິຣິ ອານິຟາ ອາມານ
ລັດຖະມົນຕີຕ່າງປະເທດ ແຫ່ງ ມາເລເຊຍ
ທີ່ ກົວລາລຳເປີ