ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ

ເຖິງ :    - ສະຫາຍ ຫງວຽນ ຝູຈ້ອງ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

- ສະຫາຍ ເຈິ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ.

- ສະຫາຍ ຫງວຽນ ທິກິມ ເງິນ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ.

- ສະຫາຍ ຫງວຽນຊວັນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ.

                                                                                            ທີ່ ນະຄອນຫຼວງຮ່າໂນ້ຍ.

ບັນດາສະຫາຍທີ່ຮັກແພງ,

 

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ, ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ພອນໄຊອັນ ປະເສີດ ມາຍັງບັນດາສະຫາຍ ແລະ ໂດຍຜ່ານ ບັນດາສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ.

 

ຕະຫຼອດໄລຍະ 71 ປີ ທີ່ຜ່ານມາ, ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກ ກອມມູນິດຫວຽດນາມ ທີ່ມີປະທານໂຮ່ຈີມິນ ຜູ້ຍິ່ງໃຫ່ຍເປັນຜູ້ສ້າງຕັ້ງຂຶ້ນນັ້ນ ປະຊາຊົນຫວຽດນາມໄດ້ດໍາເນີນການ ຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວຜ່ານຜ່າການທົດສອບອັນທຸລະກັນດານ ແລະ ສາມາດຍາດໄດ້ຮັບໄຊຊະນະອັນ ໃຫ່ຍຫຼວງທີ່ມີຄວາມໝາຍຕໍ່ປະເທດຊາດ ແລະ ສາກົນ ໃນພາລະກິດຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ການ ທ້ອນໂຮມປະເທດ ເຂົ້າເປັນເອກະພາບຢ່າງສົມບູນ. ປະຈຸບັນໃນທ່າມກາງບັນຍາກາດອັນຟົດຟື້ນ ທີ່ທົ່ວພັກ, ທົ່ວ ກອງທັບ ແລະ ທົ່ວປວງຊົນຫວຽດນາມ ພວມສືບຕໍ່ ເສີມຂະຫຍາຍນໍ້າໃຈຮັກຊາດ, ຄວາມສາມັກຄີເປັນຈິດໜຶ່ງ ໃຈດຽວກັນດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງຂອງມະຕິກອງປະ ຊຸມໃຫ່ຍ ຄັ້ງທີ່ XII ຂອງພັກກອມມູນິດຫວຽດນາມ ເຊິ່ງໄດ້ເຮັດໃຫ້ ສສ.ຫວຽດນາມ ສືບຕໍ່ໄດ້ຮັບການ ພັດທະນາ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງທີ່ດີ ແລະ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ ຢ່າງສະຫງ່າຜາ ເຜີຍ ທັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດສ້າງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດ ທະນາ ໃນພາກພື້ນ ແລະ ໃນໂລກ, ເຮັດໃຫ້ຖານະບົດບາດ, ອິດທິພົນ ແລະ ຊື່ສຽງຂອງ ສສ.ຫວຽດນາມ ນັບມື້ ໄດ້ຮັບການເຊີດຊູ ໃຫ້ສູງເດັ່ນຂຶ້ນ ຢ່າງບໍ່ຢຸດຢັ້ງ ໃນເວທີພາກພື້ນ ແລະ ສາກົນ.

 

ພັກ, ລັດຖະບານ ແລະ ປະຊົນລາວບັນດາເຜົ່າ ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫ່ຍຫຼວງດັ່ງກ່າວ ຂອງປະຊາຊົນຫວຽດນາມອ້າຍນ້ອງ.

 

ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ປະຊາຊົນຫວຽດນາມ ພາຍໃຕ້ການນໍາພາ ອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມໂດຍມີ ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ເປັນຜູ້ນຳໜ້ານັ້ນ ຈະສືບຕໍ່ຍາດເອົາຜົນສໍາເລັດອັນໃຫ່ຍຫຼວງກວ່າເກົ່າ ໃນພາລະກິດປ່ຽນ ແປງໃໝ່, ໃນການຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍຂອງພັກ ແລະ ຍຸດທະສາດ ແຫ່ງ ການພັດທະນາເສດ ຖະກິດ-ສັງຄົມຮອດປີ 2020 ໃຫ້ປະກົດຜົນເປັນຈິງ, ສ້າງປະເທດຫວຽດນາມ ໃຫ້ກາຍເປັນປະເທດອຸດ ສາຫະກໍາ ແລະ ທັນສະໄໝ, ບັນລຸຈຸດໝາຍ ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດມີຄວາມເຂັ້ມແຂງ, ສັງຄົມມີ ຄວາມຍຸຕິທໍາ, ປະຊາທິປະໄຕ ແລະ ສີວິໄລ.

 

ພ້ອມດຽວກັນນີ້, ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດຖະບານ ແລະ ປະ ຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ດວ້ຍຄວາມບໍລິສຸດໃຈ, ມີ ປະສິດທິຜົນ ແລະ ທັນການ ກັບຄວາມຮຽກຮ້ອງ ຕ້ອງການ ຂອງພວກຂ້າພະເຈົ້າ ຕະຫຼອດມາ.

 

ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມ ສໍາພັນສູ້ຮົບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ຈະໄດ້ ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດພວກເຮົາ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ.

 

ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ບັນດາ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມ ສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ ໃຫ່ຍຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງ ຂອງຕົນ.

         

                                                     ນະຄອນຫຼວງວຽງຈັນ, ວັນທີ 1 ກັນຍາ 2016

          

                                                                      ບຸນຍັງ ວໍລະຈິດ

-                                     ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ປານີ ຢາທໍ່ຕູ້

ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທອງລຸນ ສີສຸລິດ

                                    ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-----------------------------------------------------------------------------------------------------------------------------------------------------

 

ເຖິງ:    ສະຫາຍ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ

 

         ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

                                                                   ທີ່ ນະຄອນຫຼວງຮ່າໂນ້ຍ

 

          

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ, ຕ່າງໜ້າຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະ ເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ພອນໄຊ ອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນຳ ແລະ ພະນັກງານ ກະຊວງການຕ່າງ ປະເທດ ແຫ່ງ ສສ. ຫວຽດນາມ ທຸກຖ້ວນໜ້າດ້ວຍ.

 

ຂ້າພະເຈົ້າ ມີຄວາມຊົມຊື່ນຍິນດີເປັນຢ່າງຍິ່ງ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ໄຊຊະ ນະ ແລະ ຜົນສຳເລັດອັນໃຫຍ່ຫຼວງ, ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງຕໍ່ຊາດ ແລະ ສາກົນ ທີ່ປະຊາຊົນຫວຽດ ນາມອ້າຍນ້ອງຍາດເອົາມາໄດ້ຕະຫຼອດໄລຍະ 71 ປີ ທີ່ຜ່ານມາ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ເດັດ ດ່ຽວໜຽວແໜ້ນຂອງພັກກອມມູນິດຫວຽດນາມ ໃນພາລະກິດຕໍ່ສູ້ເພື່ອຄວາມເປັນເອກະລາດ, ອິດສະຫຼະພາບ ຂອງຊາດ ກໍ່ຄືໃນພາລະກິດປ່ຽນແປງໃໝ່ ເຊິ່ງພວມດຳເນີນຢ່າງມີປະສິດທິຜົນໃນປະຈຸບັນ. ໃນນີ້ກໍ່ມີການປະກອບ ສ່ວນອັນສໍາຄັນຂອງຂະແໜງການຕ່າງປະເທດທີ່ໄດ້ປະກອບສ່ວນຂົ້າໃນການເຊີດຊູບົດບາດອິດທິພົນ ແລະ ຊື່ສຽງ ຂອງ ສສ. ຫວຽດນາມ ໃຫ້ ສູງເດັ່ນຂຶ້ນ ຢ່າງບໍ່ຢຸດຢັ້ງໃນເວທີພາກພື້ນ ແລະ ສາກົນ.

 

ໃນໂອກາດວັນສຳຄັນທາງປະຫວັດສາດ ອັນສະຫງ່າລາສີຂອງຊາດຫວຽດນາມນີ້, ຂ້າພະເຈົ້າ ຂໍຢືນຢັນ ຢ່າງໜັກແໜ້ນອີກເທື່ອໜຶ່ງວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາ ສະຫາຍ ເພື່ອປະກອບສ່ວນເຂົ້າໃນການ ຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ທີ່ມີມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ທີ່ມີປະສິດທິຜົນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍ່ຄື ລະຫວ່າງສອງ ກະຊວງການ ຕ່າງປະເທດພວກເຮົາໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງປະເທດ ລາວ ແລະ ຫວຽດນາມ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນຄອບຄົວອາຊຽນກໍ່ຄືໃນພາກພື້ນ ແລະ ໃນໂລກ.

 

ຂໍອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ໄດ້ຮັບຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.

 

                                                                  

                                                                                ນະຄອນຫຼວງວຽງຈັນ, ວັນທີ 1 ກັນຍາ 2016

 

 

                                ສະເຫລີມໄຊ ກົມມະສິດ

                                ລັດຖະມົນຕີກະຊວງການຕ່າງປະເທດ

                                                                            ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480392
ມື້ນີ້50
ມື້ວານ172
ອາທິດນີ້790
ເດືອນນີ້6623