ສານສະແດງຄວາມເສົ້າສະຫຼົດໃຈຂອງຜູ້ນຳອາຊຽນ ກ່ຽວກັບ ການສິ້ນພະຊົນຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມິພົນ ອະດຸນຍະເດດ ແຫ່ງ ຣາຊະວົງຈັກກຣີ, ຣາຊະອານາຈັກໄທ
14 ຕຸລາ 2016
********************************
ພວກຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວ ກ່ຽວກັບ ການສິ້ນພະຊົນຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມິພົນ ອະດຸນຍະເດດ ແຫ່ງ ຣາຊະວົງຈັກກຣີ, ຣາຊະອານາຈັກໄທ, ໃນວັນທີ 13 ຕຸລາ 2016.
ໃນເວລາ ແຫ່ງ ຄວາມໂສກເສົ້າ ແລະ ອາໄລອາວອນນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ເຖິງຄອບຄົວຂອງເຊື້ອພະວົງ, ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກໄທ.
ໃນນາມພະເຈົ້າມະຫາຊີວິດ ທີ່ຄອງລາດຍາວນານທີ່ສຸດໃນໂລກ ແລະ ເປັນພະບາດສົມເດັດພະເຈົ້າມະຫາຊີວິດ ທີ່ເຄົາລົບຮັກ ຂອງປະຊາຊົນ ແຫ່ງ ຣາຊະອານາຈັກໄທ, ຄວາມເປັນຜູ້ນໍາ ແລະ ການອຸທິດຕົນອັນໃຫ່ຍຫຼວງຂອງພະອົງ ຕໍ່ປະຊາຊົນ ແຫ່ງ ຣາຊະອານາຈັກໄທ ກໍຄືການປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາ ໃນພາກພື້ນ ແລະ ສາກົນຂອງພະອົງ ຈະຖືກຈົດຈຳໄວ້ດ້ວຍຄວາມເຄົາລົບຮັກ ແລະ ຄວາມຊື່ນຊົມ ຊົ່ວກາລະນານ.