ນະຄອນຫຼວງວຽງຈັນ, ວັນທີ 25 ຕຸລາ 2016
ພະນະທ່ານ ຄາແຮນຊ໌ ຄ໋ອບຟ
ຮັກສາການ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂອຕຣິດ ແລະ ປະທານສະພາແຫ່ງຊາດ
ທີ່ ກຸງວຽນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂອຕຣິດ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນໂອຕຣິດ ທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ