ທີ່ ນະຄອນຫຼວງວຽງຈັນ 26 ພະຈິກ 2016
ສະຫາຍ ຣາອູນ ກາສໂຕຼ ຣຸດສ໌
ເລຂາທິການທີໜຶ່ງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ,
ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ.
ທີ່ ນະຄອນຫຼວງລາຮາວານ
ສະຫາຍທີ່ຮັກແພງ
ພວກຂ້າພະເຈົ້າ ມີຄວາມຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວ ການມໍລະນະກຳ ຂອງ ສະຫາຍ ຟີເດນ ກາສໂຕຼ ຣຸດສ໌, ອາດິດເລຂາທິການທີໜຶ່ງ, ຄະນະບໍລິຫານງານສູນກາງພັກ ຄອມມູນິດກູບາ,ປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 25 ພະຈິກ 2016.
ໃນນາມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເສຍດາຍ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ກູບາອ້າຍນ້ອງ, ພິເສດແມ່ນຂໍແບ່ງເບົາຄວາມທຸກໂສກອັນສຸດຊື້ງມາຍັງຄອບຄົວຂອງສະຫາຍ ຟີເດນ ກາສໂຕ ຣຸດສ໌ ນະໂອກາດນີ້ດ້ວຍ.
ການລ່ວງລັບໄປຂອງສະຫາຍ ຟີເດນ ກາສໂຕຼ ຣຸດສ໌ ເປັນການສູນເສຍຜູ້ນຳການປະຕິວັດ ທີ່ຍິ່ງໃຫຍ່ ຂອງພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ, ທັງເປັນການສູນເສຍເພື່ອນມິດສະຫາຍ ຮ່ວມອຸດົມການຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວອີກດ້ວຍ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ
ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ.
ທອງລຸນ ສີສຸລິດ,
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ປານີ ຢ່າທໍ່ຕູ້
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ