ພະນະທ່ານ ເລນິນ ໂວນຕາອີເຣ ໂມເຣໂນ ກາຣເຊສ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເອກົວດໍ
ທີ່ ກີໂຕ
ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ເອກົວດໍ, ຂ້າພະເຈົ້າຂໍຖືເປັນກຽດຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຍິນດີ ແລະ ຄວາມຊົມເຊີຍ ຢ່າງຈິງໃຈມາຍັງພະນະທ່ານ. ການທີ່ພະນະທ່ານໄດ້ຮັບເລືອກຕັ້ງໃຫ້ເປັນປະທານາທິບໍດີ ຂອງ ສາທາລະນະລັດ ເອກົວດໍ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນເອກົວດໍ ທີ່ມີຕໍ່ພະນະທ່ານ ໃນການສືບຕໍ່ນຳພາປະເທດຊາດກ້າວໄປສູ່ຄວາມຜາສຸກ ແລະ ຄວາມວັດທະນາຖາວອນ.
ຂ້າພະເຈົ້າມີຄວາມຍິນດີ ທີ່ຈະເຮັດວຽກຮ່ວມກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ.
ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ໄດ້ຮັບຜົນສຳເລັດໃນພາລະກິດອັນມີກຽດ ແລະ ສູງສົ່ງ ຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 24 ພຶດສະພາ 2017