ສົມເດັດ ຄາລ໌ ກຸດສຕັຟ
ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ສະວີເດັນ
ສະຕ໋ອກໂຮມ
ສົມເດັດ,
ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ສະວີເດັນ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະອົງ ແລະ ຜ່ານພະອົງ ໄປຍັງປະຊາຊົນສະວີເດັນທຸກຖ້ວນໜ້າ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຈະເລີນວັດທະນາ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ສະວີເດັນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ສັນຕິພາບໂລກ ແລະ ການຮ່ວມມື ເພື່ອການພັດທະນາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ