ສົມເດັດ ພະຣາຊິນີ ເອລີຊາເບດ ທີ 2
ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ
ທີ່ ລອນດອນ
ສົມເດັດ ພະຣາຊິນີ ທີ່ນັບຖື,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ ພະຣາຊິນີ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ອາຍຸໝັ້ນຂວັນຍືນ ແລະ ວັດທະນະຖາວອນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຊຶ່ງມີມາຢ່າງຍາວນານ ລະຫວ່າງສອງປະເທດ ຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງ ປະຊາຊົນທັງສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມືສາກົນ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ