ພະນະທ່ານ ອູ ຕິນ ຈໍ,
ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ນະຄອນຫຼວງເນປິດໍ.
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ທີ່ຊາບຂ່າວວ່າ ເຮືອບິນຂົນສົ່ງ ລຸ່ນ Y-8-200F ຂອງກອງທັບ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ປະສົບອຸບັດຕິເຫດຕົກລົງໃນທະເລອັນດາມັນ ທາງພາກໃຕ້ສຸດ ຂອງ ມຽນມາ ໃນວັນທີ 07 ມິຖຸນາ 2017 ອັນໄດ້ສົ່ງຜົນໃຫ້ຜູ້ໂດຍສານ ແລະ ນັກບິນ ໄດ້ເສຍຊີວິດທັງໝົດ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າຢ່າງສຸດຊຶ້ງ ແລະ ຄວາມເຫັນໃຈ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໂດຍສະເພາະ ຕໍ່ຄອບຄົວຜູ້ປະສົບເຄາະຮ້າຍຈາກອຸບັດຕິເຫດໃນຄັ້ງນີ້.
ດ້ວຍຄວາມນັບຖື,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສປປ ລາວ