ນະຄອນຫຼວງວຽງຈັນ, ວັນທີ 31 ພຶດສະພາ 2017
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນຈິງໃຈມາຍັງພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາ. ຂ້າພະເຈົ້້າຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ເພື່ອຜົນປະໂຫຍດຮ່ວມກັນຂອງສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດ ຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ຣາວີ ກາຣຸນານາຢາກີ
ລັດຖະມົນຕີການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ
ໂກລົມໂບ