ພະນະທ່ານAntónio Luís Santos da Costa,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປອກຕຸຍການ
ນະຄອນຫຼວງ ລີສ໌ບອນ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫລົດໃຈ ກ່ຽວກັບ ເຫດການໂສກເສົ້າທີ່ເກີດຈາກໄຟໄໝ້ປ່າ ໃນວັນທີ 17 ມິຖຸນາ 2017 ຢູ່ພາກກາງຂອງປະເທດປອກຕຸຍການ, ອັນໄດ້ເຮັດໃຫ້ມີການສູນເສຍຊີວິດຂອງປະຊາຊົນ ແລະ ມີຜູ້ໄດ້ຮັບບາດເຈັບ ເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ຄວາມເຫັນໃຈຢ່າງຈິງໃຈ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແຫ່ງ ສາທາລະນະລັດ ປອກຕຸຍການ ໂດຍສະເພາະແມ່ນຄອບຄົວຜູ້ຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ, ສະຖານະການຈະໄດ້ຮັບການຟື້ນຟູໃຫ້ເປັນປົກກະຕິຂຶ້ນໃນໄວໆນີ້.
ທອງລຸນ ສີສຸລິດ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 20 ມິຖຸນາ 2017