ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ເຖິງ ບັນດາການນຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ

ນະຄ​ອນຫຼວງ​ວຽງ​ຈັນ, 5 ມິຖຸນາ 2017

ພະນະ​ທ່ານ,

​          ເນື່ອງໃນ​ໂອກາດ ທີ່ ​ພະນະທ່ານ​ ຖືກ​ແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ, ໃນ​ນາ​ມລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​​ລາວ ​ແລ​ະ​ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງພະນະ​​ທ່ານ. ​

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ມີສາຍພົວພັນການທູດ ແລະ ການຮ່ວມມືທີ່ດີ ຕະຫຼອດໄລຍະ ເວລາຫຼາຍທົດສະວັດທີ່ຜ່ານມາ. ຂ້າພະເຈົ້າ ຫວັງວ່າ ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະນະ​ທ່ານ ​ເພື່ອສືບຕໍ່ສົ່ງເສີມສາຍ​ພົວພັນ​ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດຂອງພວກເຮົາ ເພື່ອຜົນປະໂຫຍດຂອງປະຊາຊົນຂອງສອງປະເທດ ກໍຄື ປະຊາຊົນສອງຊາດພວກເຮົາ.

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດ​ນີ້ ອວຍ​ພອນ​ໄຊ​ອັນ​ປະ​ເສີ​ດ ມາ​ຍັງ​ພະນະ​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມສຸກ ​ແລະ ​ປະສົບ​ຜົນ​ສຳ​ເລັດ​ໃນການ​ປະ​ຕິ​ບັດ​ໜ້າທີ່ອັນ​ມີ​ກຽດ ຂອງ​ພະນະ​ທ່ານ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ.

                                                                               

ທອງລຸນ ສີສຸລິດ

 

ພະນະ​ທ່ານ ອັບເດວມັດຈິດ ເຕບູນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ

ອານເຊີ


ພະນະ​ທ່ານ,

​          ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ຈິງໃຈ ມາ​ຍັງພະນະ​​ທ່ານ​ ເນື່ອງໃນ​ໂອກາດ ທີ່ ​ພະນະທ່ານ​ ຖືກ​ແຕ່ງຕັ້ງດຳລົງຕຳແໜ່ງ ລັດຖະມົນຕີຕ່າງປະເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ.

ຂ້າພະເຈົ້າ ຫວັງວ່າ ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະນະ​ທ່ານ ​ເພື່ອສືບຕໍ່ສົ່ງເສີມສາຍ​ພົວພັນ​ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດຂອງພວກເຮົາ ກໍຄື ສອງກະຊວງການຕ່າງປະເທດ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນຂອງສອງຊາດພວກເຮົາ.

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດ​ນີ້ ອວຍ​ພອນ​ໄຊ​ອັນ​ປະ​ເສີ​ດ ມາ​ຍັງ​ພະນະ​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມສຸກ ​ແລະ ​ປະສົບ​ຜົນ​ສຳ​ເລັດ​ໃນການ​ປະ​ຕິ​ບັດ​ໜ້າທີ່ອັນ​ມີ​ກຽດ ຂອງ​ພະນະ​ທ່ານ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ.

                                                                                           

 

 

ສະເຫຼີມໄຊ ກົມມະສິດ

 

 

ພະນະ​ທ່ານ ອັບເດວເຄດາ ເມຊາຮິວ

ລັດຖະມົນຕີຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ

ອານເຊີ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484526
ມື້ນີ້42
ມື້ວານ188
ອາທິດນີ້964
ເດືອນນີ້3831