ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງລາວ ສົ່ງໂທລະເລກອວຍພອນ ເຖິງຄູ່ຮ່ວມຕຳແໜ່ງ ຫວຽດນາມ ໃນໂອກາດການສະເຫຼີມປີສາມັກຄີມິດຕະພາບ ລາວ-ຫວຽດນາມ

 

ໂທລະເລກອວຍພອນ

ເຖິງ:

-       ສະຫາຍ: ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

-       ສະຫາຍ ເຈີ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ.

-       ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ.

-       ສະຫາຍ ນາງ ຫງວຽນ ທິ ກີມ ເງິນ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ.

ທີ່ ນະຄອນຫຼວງຮ່າໂນ້ຍ.

ບັນດາສະຫາຍທີ່ຮັກແພງ !

ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ເພື່ອຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນຍິ່ງໃນການພົວພັນລະຫວ່າງສອງປະເທດພວກເຮົາ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (5/9/1962-5/9/2017) ໃນນາມ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ, ໝົດຈິດໝົດໃຈ, ຄວາມສາມັກຄີຮັກແພງອັນສະໜິດສະໝົມຖານອ້າຍນ້ອງ ແລະ ສົ່ງພອນໄຊອັນປະເສີດມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.

ການສ້າງຕັ້ງສາຍພົວພັນການທູດ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໄດ້ກາຍເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງສອງຊາດເຮົາ ການພົວພັນດັ່ງກ່າວໄດ້ກາຍເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນສາຍພົວພັນທີ່ຫາໄດ້ຍາກໃນການພົວພັນສາກົນ ແລະ ໃນໂລກ.

ພັກ - ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າມີ​ຄວາມປິ​ຕິຊົມ​ຊື່ນ ແລະ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ເມື່ອເຫັນວ່າ ພັກ - ລັດ ​ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາມໃດກໍ່ຢູ່ຄຽງບ່າຄຽງໄລ່, ສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນລາວດ້ວຍດີຕະຫຼອດມາ ບໍ່ວ່າໃນໄລຍະສົງຄາມຕໍ່ສູ້ກູ້ຊາດອັນຍຶດເຍື້ອຍາວນານທີ່ແສນລະອິດລະອ້ຽວ, ເຕັມໄປດ້ວຍອຸປະສັກ ແລະ ສິ່ງທ້າທາຍຫຼາຍປະການ; ກໍ່ຄືໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະ ຄວາມສໍາພັນສູ້ຮົບທີ່ເປັນມູນເຊື້ອ ໃນພາລະກິດປະຕິວັດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາໃນເມື່ອກ່ອນ ໄດ້ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃນປະຈຸບັນ ແລະ ສືບ​ຕໍ່​ໄດ້ຮັບການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດວຽກ​ງານ.

ຕະຫຼອດໄລຍະເວລາແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ ໂດຍສະເພາະນັບແຕ່ສອງປະເທດ ໄດ້ເລີ່ມຕົ້ນດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານມານີ້ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍແມ່ນ ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ພ້ອມດ້ວຍບັນດາການນໍາຮຸ້ນກໍ່ຕັ້ງການປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ທີ່ໄດ້ທຸ້ມເທເຫື່ອແຮງຮ່ວມກັນສ້າງຕັ້ງຂຶ້ນ ແລະ ໄດ້ຮັບການທະນຸທະໜອມ, ເພີ່ມພູນຄູນສ້າງຢ່າງໜັກແໜ້ນ ແລະ ເລິກເຊິ່ງ, ກາຍເປັນມໍລະດົກອັນຍອດຍິ່ງ ແລະ ສະຫວ່າງສະໄຫວ, ເປັນກົດແກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ທັງເປັນປັດໃຈຕັດສິນໄຊຊະນະການປະຕິວັດຂອງແຕ່ລະປະເທດໃນທຸກຍຸກທຸກສະໄໝ ແລະ ນັບມື້ກໍ່ຍິ່ງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຢ່າງເລິກເຊິ່ງບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕຂອງກັນແລະກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງພວກເຮົາ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມໝັ້ນທ່ຽງດ້ານການເມືອງ-ສັງຄົມ, ເອກະພາບທົ່ວປວງຊົນ ແລະ ຕາມທິດຂະຫຍາຍຕົວຂອງແຕ່ລະປະເທດ; ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການເອົາໃຈໃສ່, ມີຄວາມຄືບໜ້າ ແລະ ມູນຄ່າການຄ້າ ລະຫວ່າງ ສອງປະເທດສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຫວຽດນາມ ຈັດຢູ່ໃນແຖວໜ້າຂອງບັນດາເທດ ແລະ ເຂດແຄວ້ນທີ່ມີການລົງທຶນຫຼາຍທີ່ສຸດຢູ່ ສປປ ລາວ; ການຮ່ວມມືດ້ານວັດທະນະທໍາ, ການສຶກສາ ແລະ ກິລາ, ວິທະຍາສາດ-ເຕັກນິກ, ການຄົມມະນາຄົມ-ຂົນສົ່ງ, ການຕ່າງປະເທດ ແລະ ດ້ານອື່ນໆ ກໍ່ມີການຜັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບການເສີມຂະຫຍາຍໄປພ້ອມໆກັນ. ທັງໝົດນີ້, ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາຂອງທັງສອງປະເທດໃຫ້ມີຄວາມເຂັ້ມແຂງ, ເຮັັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງນັບມື້ດີຂຶ້ນ, ຊື່ສຽງ ແລະ ຖານະບົດບາດຂອງສອງປະເທດ ລາວ-ຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີ່ພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.

​          ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ຕາງໜ້າ​ໃຫ້ ພັກ, ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຄິດ​ຮອດ​ຄິດ​ເຖິງ ​ແລະ ຂໍສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ, ​ຂອບ​ອົກ​ຂອບ​​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ ພັກ, ລັດຖະ ບານ ​ແລະ ປະຊາຊົນ​ຫວຽ​ດນາມ​ອ້າຍ​ນ້ອງ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ລໍ້າ​ຄ່າ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ ​ໃຫ້​ແກ່​ການ​ປະຕິວັດ​ຂອງ​ພວກ​ຂ້າພະ​ເຈົ້າ​ ຈົນຕະຫຼອດ​ມາ. ພວກ​ຂ້າພະ​ເຈົ້າ​ຂໍ​ຢືນຢັນ​ວ່າ​ ຈະ​ສືບ​ຕໍ່​ຮ່ວມມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ສະຫາຍ ​ໃນ​ການ​ໃຫ້​ຄວາມ​ສໍາຄັນ ​ແລະ ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່​ປົກ​ປັກ​ຮັກສາ, ປັບປຸງ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​​ທີ່ຍິ່ງໃຫຍ່​, ຄວາມສາມັກ​ຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ ສອງ​ພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ​ ​ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ, ຈະ​ເລີ​ນງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ ​ເພື່ອ​ປະກອບສ່ວນ​ນໍາ​ເອົາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ທັງ​ເປັນການ​ປະກອບສ່ວນ​ອັນສໍາຄັນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ອຸດົ​ມຮັ່ງມີ​ໃຫ້​ແກ່​ກັນ​ໃນ​ເງື່ອນ​ໄຂ​ໃໝ່.

          ຂໍອວຍພອນ​ໃຫ້ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າ​ຍນ້ອງ ຈົ່ງ​ສືບຕໍ່​ຍາດ​ໄດ້ຜົນ​ສໍາ​ເລັດອັນ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ບັນລຸ​ຈຸດ   ໝາຍ​ແຫ່ງ​ການ​ສ້າງ​ ສສ. ຫວຽດນາມ ​ໃຫ້ເປັນ​ປະ​ເທດ​ອຸດສາຫະກໍາ​ຕາມ​ທິດ​ທັນ​ສະ​ໄໝ​ໃຫ້​ສໍາ​ເລັດ​ໂດຍ​ພື້ນຖານ​ໃນ​ປີ​ 2020, ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ​ມີ​ຄວາມ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທໍາ ແລະ ສິ​ວິ​ໄລ.

          ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.

          ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະ​ນົງ​ແກ່ນ ​ແລະ ສວຍ​ສົດງົດ​ງາມ​ຕະຫຼອດກາລະນານ.

                                                            

ບຸນຍັງ ວໍລະຈິດ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ປານີ ຢາທໍ່ຕູ້

ປະທານສະພາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

------------------------------------------------------------------------------------------------

ເຖິງ: - ສະຫາຍ: ຟ້າມ ບິ່ງ ມິງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ທີ່ ນະຄອນຫຼວງຮ່າໂນ້ຍ.

ສະຫາຍລັດຖະມົນຕີທີ່ຮັກແພງ !

ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017 ແລະ ເພື່ອເປັນການຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (5/9/1962-5/9/2017) ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໃນນາມ ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໝົມຖານອ້າຍນ້ອງ ແລະ ສົ່ງພອນໄຊອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທຸກຖ້ວນໜ້າ.

ການສ້າງຕັ້ງສາຍພົວພັນການທູດ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນຮ່ວມມື ລະຫວ່າງ ສອງປະເທດພວກເຮົາ, ທັງເປັນຂີດໝາຍ ແລະ ເປັນການໄຂສັງກາດໃໝ່ແຫ່ງການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ເມື່ອເຫັນວ່າ ບົນເສັ້ນທາງປະຫວັດສາດອັນລະອິດລະອ້ຽວ ຕະຫຼອດໄລຍະເວລາແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະ ພາຍຫຼັງທີ່ສອງປະເທດພວກເຮົາ ໄດ້ມີການດໍາເນີນພາລະກິດປ່ຽນໃໝ່ຮອບດ້ານທີ່ມີຫຼັກການຂອງພັກມານີ້, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ຍັງສືບຕໍ່ໝັ້ນຄົງທະນົງແກ່ນໃນທຸກໆດ້ານ ອັນໄດ້ນໍາເອົາຜົນປະໂຫຍດລວມຕົວຈິງມາສູ່ປະຊາຊົນສອງຊາດ. ໃນນັ້ນ, ສອງກະຊວງການຕ່າງປະເທດພວກເຮົາ ໄດ້ມີການປະສານສົມທົບກັນຢ່າງສະນິດແໜ້ນ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນສູງໃນການເປັນເສນາທິການໃຫ້ແກ່ການນໍາ ພັກ-ລັດ ຂອງພວກເຮົາ ເພື່ອສົ່ງເສີມ ແລະ ຮັດແໜ້ນການພົວພັນ ລະຫວ່າງ ສອງປະເທດ ກໍ່ຄືສອງກະຊວງການຕ່າງປະເທດ ໃຫ້ຈະເລີນງອກງາມຍິ່ງຂຶ້ນ. ຄຽງຄູ່ກັນນັ້ນ, ກໍ່ໄດ້ລະດົມຂົນຂວາຍ, ທັງຕໍ່ສູ້ທັງຍາດແຍງເອົາການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດສາກົນ ເພື່ອບັນລຸເປົ້າໝາຍທີ່ວາງໄວ້ຂອງແຕ່ລະເທດ, ເຮັດໃຫ້ຊື່ສຽງ ແລະ ອິດທິພົນ ຂອງ ສປປ ລາວ ແລະ ສສ. ຫວຽດນາມ ກາຍເປັນທີ່ຮັບຮູ້ຢ່າງກວ້າງຂວາງ ແລະ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ໃນທ່າມກາງບັນຍາກາດເບີກບານມ່ວນຊື່ນແຫ່ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​​ໃຈ​ຢ່າງຈິງໃຈ​ມາ​ຍັງ ພັກ, ລັດ ​ແລະ ປະຊາຊົນ​ຫວຽ​ດນາມ​ອ້າຍ​ນ້ອງທຸກຖ້ວນໜ້າ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ລໍ້າ​ຄ່າ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ ​ໃຫ້​ແກ່​ການ​ປະຕິວັດ​ຂອງປະຊາຊົນລາວ​ຈົນ​ໄດ້​ຮັບ​ໄຊຊະນະ​ ແລະ ມີຜົນສໍາເລັດຢ່າງຈົບງາມຕະຫຼອດ​ມາ.

ຂ້າພະເຈົ້າ ຂໍຢືນຢັນຢ່າງໜັກແໜ້ນວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ແລະ ແໜ້ນແຟ້ນກັບສະຫາຍ ເພື່ອປະກອບສ່ວນຢ່າງສົມກຽດ ແລະ ເຮັດສຸດຄວາມສາມາດຂອງຕົນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍ່ຄືລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ໃຫ້ຈະເລີນງອກງາມສູ່ລະດັບໃໝ່ ເພື່ອຜົນປະໂຫຍດລວມຂອງສອງປະເທດ ລາວ-ຫວຽດນາມ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນຄອບຄົວອາຊຽນ ກໍ່ຄືໃນເວທີພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາອັນສະຫຼາດສ່ອງໃສ່ຂອງ ພັກກອມມູນິດຫວຽດນາມ ຈົ່ງໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ບັນລຸ​ຈຸດໝາຍ​ແຫ່ງ​ການ​ສ້າງ​ ສສ. ຫວຽດນາມ ​ກາຍເປັນ​ປະ​ເທດ​ອຸດສາຫະກໍາ​ຕາມ​ທິດ​ທັນ​ສະ​ໄໝ​ໃຫ້​ສໍາ​ເລັດ​ໂດຍ​ພື້ນຖານ​ໃນ​ປີ​ 2020, ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ​ມີ​ຄວາມ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປ​ໄຕ, ຍຸດຕິ​ທໍາ ແລະ ສິ​ວິ​ໄລ.

ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ສສ. ຫວຽດນາມ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.

          ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະ​ນົງ​ແກ່ນ ​ແລະ ສວຍ​ສົດງົດ​ງາມ​ຕະຫຼອດໄປ.

ສະເຫຼີມໄຊ ກົມມະສິດ

ກໍາມະການສູນກາງພັກ,

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ນະຄອນຫຼວງວຽງຈັນ, ວັນທີ 17 ກໍລະກົດ 2017.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484683
ມື້ນີ້199
ມື້ວານ188
ອາທິດນີ້1121
ເດືອນນີ້3988