ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ແຫ່ງ ສະມາພັນທະລັດ ສະວິສ໌

ນະຄອນຫຼວງວຽງຈັນ, ວັນທີ 31 ກໍລະກົດ 2017

ພະນະທ່ານ ນ. ໂດຣິສ ເລີທາ

ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິສ໌

ທີ່ ເບີນ         

          ພະນະ​ທ່ານ​,

ເນື່ອງໃນໂອກາດວັນຊາດແຫ່ງ ສະມາພັນທະລັດ ສະວິສ໌, ໃນນາມປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ສະວິສ໌ ທຸກຖ້ວນໜ້າ ຈົ່ງມີພະລານາໄມສົມບູນ, ມີ​​ຄວາມຜາສຸກແລະຄວາມຈະເລີນວັດທະນາ.

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມື ທີ່ດີລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະ ສະມາພັນທະລັດ ສະວິສ໌ ຈະສືບຕໍ່ໄດ້ຮັບການ​ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນທັງສອງ​ຊາດພວກເຮົາກໍຄື​ເພື່ອ​ສັນຕິພາບ, ແລະ ການ​ຮ່ວມ​ມື​ເພື່ອການພັດທະນາ.

ດ້ວຍຄວາມນັບຖືຢ່າງສູງ.

                                           ບຸນຍັງວໍລະຈິດ,

ປະທານປະເທດແຫ່ງ

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ


 

ພະນະທ່ານ ດີດຽກ ບຸກຮານເທີ້

 

ລັດຖະມົນຕີຕ່າງປະເທດ ແຫ່ງ ສະມາພັນທະລັດສະວິສ໌

 

ທີ່ ເບີນ

 

ພະນະ​ທ່ານ​,

 

ເນື່ອງໃນໂອກາດວັນຊາດແຫ່ງ ສະມາພັນທະລັດ ສະວິສ໌,ຂ້າພະເຈົ້າມີຄວາມ​​ຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີພະລານາໄມສົມບູນ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ.

 

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມື ທີ່ດີລະຫວ່າງ ສອງກະຊວງພວກເຮົາ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຈະສືບຕໍ່ເສີມຂະຫຍາຍ ແລະ ເກີດດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງ​ຊາດພວກເຮົາກໍຄື​ເພື່ອ​ສັນຕິພາບໂລກ, ມິດຕະພາບ ແລະ ການ​ຮ່ວມ​ມືສາກົນ​ເພື່ອການພັດທະນາແບບຍືນຍົງ.

 

                                            ດ້ວຍຄວາມນັບຖືຢ່າງສູງ.            

 

ສະເຫຼີມໄຊ ກົມມະສິດ,

 

ລັດຖະມົນຕີກະຊວງການຕ່າງປະເທດ

 

ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485775
ມື້ນີ້74
ມື້ວານ206
ອາທິດນີ້811
ເດືອນນີ້5080