ພະນະທ່ານ Mariano Rajoy
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ແອັດສະປາຍ
ທີ່ ມາດຣິດ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ກ່ຽວກັບເຫດການສະຫຍອງຂັວນທີ່ເກີດຂຶ້ນໃນຕອນແລງຂອງ ວັນທີ 17 ສິງຫາ 2017 ທີ່ ເມືອງບາເຊໂລນາ, ຊື່ງເປັນການກະທຳຂອງກຸ່ມກໍ່ການຮ້າຍ ອັນໄດ້ເຮັດໃຫ້ມີການສູນເສຍຊີວິດຂອງປະຊາຊົນຜູ້ບໍລິສຸດຈຳນວນໜຶ່ງ ແລະ ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫຼວງ ຫຼາຍ, ຊຶ່ງພວກເຮົາຂໍກ່າວປະນາມຢ່າງແຂງແຮງຕໍ່ການກະທຳດັ່ງກ່າວ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມເຫັນໃຈຢ່າງສຸດຊື້ງ ມາຍັງລັດຖະບານ ແລະ ປະຊາຊົນ ແອັດສະປາຍ ກໍ່ຄືຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການກະທຳອັນຮຸນແຮງດັ່ງກ່າວໃນຄັ້ງນີ້.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 18 ສິງຫາ 2017