ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2017
ພະນະທ່ານ,
ໃນນາມ ລັດຖະບານ ຢ່າງຈິງໃຈ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອັບການິດສະຖານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິດສະລາມ ອັບການິດສະຖານ ຄົບຮອບ 98 ປີ.
ນັບແຕ່ ສປປ ລາວ ແລະ ອັບການິດສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 11 ມີນາ 1983, ສອງປະເທດ ໄດ້ມີສາຍພົວພັນອັນດີນຳກັນຕະຫຼອດ ໃນໄລຍະທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນອັນດີດັ່ງກ່າວ ຈະສືບຕໍ່ຂະຫຍາຍຕົວ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນ ສຳເລັດໃນພາລະກິດອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຊາລາຮັດດິນ ຣັບບານີ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ອິດສະລາມ ອັບການິດສະຖານ
ກາບູນ