ນະຄອນຫຼວງວຽງຈັນ, ວັນທີ 31 ສິງຫາ2017
ສົມເດັດ ຣາຊາທິບໍດີ,
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສະເຫລີມສະຫລອງວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 60ປີ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ຣາຊາທິບໍດີ ແລະ ປະຊາຊົນ ແຫ່ງ ມາເລເຊຍ ເພື່ອນມິດທຸກຖ້ວນຫນ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງຊາດ ລາວ ແລະ ມາເລເຊຍ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດ ຂອງ ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ສົມເດັດ ຣາຊາທິບໍດີ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງພະອົງ.
ດ້ວຍຄວາມເຄົາລົບ ແລະນັບຖືເປັນຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສົມເດັດ ຣາຊາທິບໍດີ ຍັງດີ-ເປີຕວນ ອາກົງ ທີ ສິບຫ້າ
ຊຸນຕານ ມູຮໍາມັດ ທີ ຫ້າ, ຣາຊາທິບໍດີ ແຫ່ງ ມາເລເຊຍ
ທີ່ ກົວລາລຳເປີ
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ລັດຖະບານ ແຫ່ງ ມາເລເຊຍ ເນື່ອງໃນໂອກາດການສະເຫລີມສະຫລອງວັນປະກາດເອກະລາດ ຄົບຮອບ 60ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະເວລາຫລາຍກວ່າ 5 ທົດສະວັດ,ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ໄດ້ພັດທະນາສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືທີ່ດີງາມຮ່ວມກັນຢ່າງມີຜົນສໍາເລັດຈົບງາມ. ຂ້າພະເຈົ້າເຊື່ອໝັ້ນເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືດັ່ງກ່າວນັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດໃນພາລະກິດອັນມີກຽດສູງສົ່ງ ຂອງ ພະນະທ່ານ.
ດ້ວຍຄວາມເຄົາລົບ ແລະນັບຖືເປັນຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານດາໂຕ ສິຣິ ໂມດນາຈິບຕຸນ ອັບດຸນ ລາຊັກ
ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ
ທີ່ ກົວລາລຳເປີ