ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 72 ປີ

                                 ເຖິງ: - ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

                                         -  ສະຫາຍ ເຈີ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

                                         -  ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

                                      -  ສະຫາຍ ນາງ ຫງວຽນ ທິ ກີມ ເງິນ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ທີ່ ນະຄອນຫຼວງຮ່າໂນ້ຍ.

ບັນດາສະຫາຍທີ່ຮັກແພງ,

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 72 ປີ (2/9/1945-2/9/2017), ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.

ພວກຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 72 ປີ ທີ່ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ດ້ວຍການເສີມຂະຫຍາຍກໍາລັງແຮງສັງລວມທັງຊາດ, ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການໃນພາລະກິດແຫ່ງການຕໍ່ສູ້ ອັນເດັດດ່ຽວເພື່ອທ້ອນໂຮມປະເທດຊາດໃນຕະຫຼອດໄລຍະຫຼາຍທົດສະວັດຜ່ານມາ ແລະ ສາມາດຍາດໄດ້ໄຊຊະນະ ແລະ ຜົນສໍາເລັດໃຫຍ່ຫຼວງ, ຮອບດ້ານ, ສໍາຄັນ, ເປັນປະຫວັດສາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ. ພິເສດພວກຂ້າພະເຈົ້າ ຕີລາຄາສູງຕໍ່ບັນດາຜົນສໍາເລັດ ທີ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ສາມາດບັນລຸໄດ້ຕະຫຼອດໄລຍະກວ່າ 3 ທົດສະວັດ ແຫ່ງການປ່ຽນແປງໃຫມ່ ອັນໄດ້ເຮັດໃຫ້ ສສ. ຫວຽດນາມ ມີສະຖຽນລະພາບດ້ານການເມືອງທີ່ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງທີ່ດີຂຶ້ນ, ຊື່ສຽງອິດທິພົນ ແລະ ຖານະບົດບາດຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ນັບມື້ນັບໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ.

ພວກຂ້າພະເຈົ້າ ມີຄວາມພາກພູມໃຈ ທີ່ເນື່ອງໃນໂອກາດປີສາມັກຄີມິດຕະພາບ ໃນປີ 2017 ນີ້, ສອງປະເທດພວກເຮົາໄດ້ຮ່ວມກັນຈັດຕັ້ງກິດຈະກໍາສະເຫຼີມສະຫຼອງ ສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (5/9/1962-5/9/2017) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 40 ປີ (18/7/1977-18/7/2017) ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ອັນເປັນການປະກອບສ່ວນສໍາຄັນໃນການສຶກສາອົບຮົມປະຊາຊົນບັນດາເຜົ່າສອງປະເທດພວກເຮົາ ແລະ ສາກົນ ໄດ້ຮັບຮູ້ເຖິງສາຍພົວພັນອັນມີເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນການສຶກສາອົບຮົມຄົນຮຸ່ນໃໝ່ໃຫ້ສືບຕໍ່ປົກປັກຮັກສາ, ເສີມຂະ ຫຍາຍ ແລະ ເພີ່ມພູມຄູນສ້າງສາຍພົວພັນທີ່ຫາໄດ້ຍາກໃນການພົວພັນສາກົນນີ້ ໃຫ້ນັບມື້ນັບສວຍສົດງົດງາມ.

ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ພາລະກິດປະຕິວັດຂອງພວກຂ້າພະເຈົ້າ ຕະຫຼອດມາ ທັງໃນໄລຍະຕໍ່ສູ້ກູ້ຊາດເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນຈະມີການປ່ຽນແປງໄປແນວໃດກໍ່ຕາມ, ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບບັນດາສະຫາຍຫວຽດ ນາມ ສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະນົງແກ່ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອພ້ອມກັນນຳເອົາປະເທດຊາດຂອງພວກເຮົາກ້າວຂຶ້ນຢ່າງໜັກແໜ້ນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ, ທັງເປັນການປະກອບສ່ວນອັນສຳ ຄັນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

          ຂໍອວຍພອນ​ໃຫ້ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າ​ຍນ້ອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງ​ສືບຕໍ່​ຍາດ​ໄດ້ຜົນ​ສໍາ​ເລັດອັນ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ ໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ບັນລຸຈຸດໝາຍແຫ່ງການສ້າງ ສສ. ຫວຽດນາມ ກາຍເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃຫ້ສຳເລັດໂດຍພື້ນຖານ ໃນປີ 2020, ເຮັດໃຫ້ປະຊາຊົນຫວຽດນາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດໄປ.

                                                     ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2017

                                                                                  

                                                                                               ບຸນຍັງ ວໍລະຈິດ

                                                                ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,

                                                                 ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

                                                                                              ທອງລຸນ ສີສຸລິດ

                                                               ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

                                                                                               ປານີ ຢາທໍ່ຕູ້

                                                           ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.


 

                                            

 

                                                 ເຖິງ: ສະຫາຍ ຟ້າມ ບິ່ງ ມິງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,

                                                       ລັດຖະມັນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

 

ທີ່ ນະຄອນຫຼວງຮ່າໂນ້ຍ.

 

ສະຫາຍລັດຖະມົນຕີທີ່ຮັກແພງ,

 

            ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 72 ປີ (2/9/1945-2/9/2017), ຕາງໜ້າຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທຸກຖ້ວນໜ້າ.

 

 ພວກຂ້າພະເຈົ້າ, ຮູ້ສຶກປິຕິຍິນດີ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງທາງດ້ານການຕ່າງປະເທດ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ, ອັນເປັນການປະກອບສ່ວນສໍາຄັນເຂົ້າໃນການຍົກສູງຖານະບົດບາດຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້, ຂໍອວຍພອນຢ່າງຈິງໃຈ ໃຫ້ບັນດາສະຫາຍຈົ່ງສືບຕໍ່ຍາດໄດ້ຜົນສຳເລັດ ໃໝ່ໃຫຍ່ຫຼວງກວ່າເກົ່າໃນວຽກງານການຕ່າງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ​ເທດຊາດ, ບັນລຸຄາດໝາຍໃນການສ້າງສາຫວຽດນາມ ກາຍເປັນປະເທດ​ອຸດສາຫະກໍາ​ຕາມ​ທິດ​ທັນ​ສະ​ໄໝ​ ໃຫ້​ສໍາ​ເລັດ​ໂດຍ​ພື້ນຖານ​ໃນ​ປີ​ 2020 ເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

 

-     ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ສາຍພົວພັນຮ່ວມມືທີ່ນັບມື້ມີຄວາມສະໜິດສະແໜ້ນ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ລະຫວ່າງສອງກະຊວງການຕ່າງປະເທດພວກເຮົາ ໃນໄລຍະຜ່ານມາ ແລະ ຂໍຢືນຢັນຄວາມຕັດສິນໃຈຂອງຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງສະໜິດແໜ້ນຮ່ວມກັບ ຄະນະນໍາ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດເວົ້າລວມ, ກໍ່ຄືລະຫວ່າງສອງກະຊວງການຕ່າງປະເທດພວກເຮົາໃຫ້ຈະເລີນງອກງາມ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງສອງປະເທດ ລາວ-ຫວຽດນາມ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ໃນຄອບຄົວອາຊຽນ ກໍ່ຄືເວທີພາກພື້ນ ແລະ ໃນໂລກ.

 

  ພິເສດ, ໃນໂອກາດ ທີ່ ສສ. ຫວຽດນາມ ກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC ຄັ້ງທີ 29 ໃນເດືອນພະຈິກ ປີ 2017 ທີ່ຈະມາເຖິງນີ້. ພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍບົດຮຽນ ແລະ ປະສົບການອັນໃຫຍ່ຫຼວງຂອງກະຊວງການຕ່າງປະເທດຫວຽດນາມ ໂດຍສະເພາະ ສະຫາຍ ຟ້າມ ບິງ ມິງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທີ່ເປັນຜູ້ຊີ້ນໍາ-ນຳພາ ນັ້ນ, ຈະສາມາດເຮັດໃຫ້ກອງປະຊຸມສຸດຍອດໃນຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມທີ່ສຸດ.

 

   ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສາຍພົວພັນຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ຂອງພວກເຮົາ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

 

    ອວຍພອນໃຫ້ ສະຫາຍ ລັດຖະມົນຕີ ຈົ່ງມີສຸຂະພາບພະລານາໄມເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ./.

 

           

 

ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2017

 

                              ສະເຫຼີມໄຊ ກົມມະສິດ

 

                                                                                           ກໍາມະການສູນກາງພັກ

 

                                                                                  ລັດຖະມົນຕີກະຊວງການຕ່າງປະເທດ

 

                                                                        ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484476
ມື້ນີ້180
ມື້ວານ273
ອາທິດນີ້914
ເດືອນນີ້3781