ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ລາຍງານພິເສດດ້ານສິດທິມະນຸດ ສປຊ ຢ້ຽມຢາມ ສປປ ລາວ

em s eu1

em s eu2 em s eu3

ອີງຕາມການເຊື້ອເຊີນຂອງທາງການລາວ, ທ່ານ ນາງ ມາດເດິບົວ ບຸກກິກຽວ (Maud de Boer-Buquicchio), ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດ ກ່ຽວກັບ ການຄ້າຂາຍ ແລະ ການກົດຂີ່ຂູດຮີດເດັກນ້ອຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 8 ຫາ 16 ພະຈິກ 2017 ເພື່ອເກັບກຳແລກປ່ຽນຂໍ້ມູນນຳທັງພາກລັດ ແລະ ເອກະຊົນ ກ່ຽວກັບ ສະພາບການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຊ່ວຍເຫລືອ ແລະ ປົກປ້ອງເດັກນ້ອຍ ທີ່ຕົກເປັນເຫຍື່ອ ຫລື ມີຄວາມສ່ຽງຈາກການຖືກກົດຂີ່ຂູດຮີດທາງເພດ, ແຮງງານ ແລະ ການໃຊ້ຄວາມຮຸນແຮງອື່ນໆຢູ່ ສປປ ລາວ ເພື່ອພິຈາລະນາເອົາເຂົ້າໃນບົດລາຍງານຕໍ່ສະພາສິດທິມະນິດ ສປຊ ຕໍ່ໄປ ພາຍຫລັງທີ່ ສປປ ລາວ ໄດ້ ເຂົ້າເປັນພາຄີສົນທິສັນຍາສາກົນວ່າດ້ວຍສິດທິເດັກ ນັບແຕ່ປີ 1991 ເປັນຕົ້ນມາ.

ໃນການຢ້ຽມຢາມເຮັດວຽກມື້ທຳອິດ, ທ່ານນາງ ມາດເດິບົວ ບຸກກິກຽວ ໄດ້ຮັບກຽດເຂົ້າຢ້ຽມຂໍ່ານັບທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ເພື່ອແນະນຳຕົວ ແລະ ສະເຫນີຈຸດປະສົງໃນການເດີນທາງມາ ສປປ ລາວ ໃນຄັ້ງນີ້.

ໃນການພົບປະສົນທະນາຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ອະທິບາຍໃຫ້ຜູ້ລາຍງານພິເສດ ສປຊ ຊາບເຖິງນະໂຍບາຍ ແລະ ຄວາມເອົາໃຈໃສ່ຂອງລັດຖະບານໃນການຈັດຕັ້ງປະຕິບັດສິດພັນທະຂອງຕົນ ໃນຖານະທີ່ເປັນລັດພາຄີຂອງຫລາຍສົນທິສັນຍາສິດທິມະນຸດສາກົນ, ເຊິ່ງກໍລວມທັງສົນທິສັນຍາກ່ຽວກັບການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ໂດຍໄດ້ມີການສ້າງໃຫມ່ ແລະ ປັບປຸງດ້ານນິຕິກຳຫລາຍສະບັບ, ໄດ້ສ້າງຕັ້ງອົງການຮັບຜິດຊອບທັງພາກລັດ ແລະ ພາກສັງຄົມຂຶ້ນ ເພື່ອປົກປ້ອງ ແລະ ຮັບປະກັນສິດທິຂອງເດັກນ້ອຍລາວໃນທົ່ວປະເທດ.

ໃນວັນດຽວກັນນີ້, ຜູ້ລາຍງານພິເສດດ້ານສິດທິມະນຸດ ສປຊ ຍັງໄດ້ພົບປະເຮັດວຽກກັບກະຊວງການຕ່າງປະເທດ, ກະຊວງ ຖວທ ແລະ ຫນ່ວຍງານອື່ນໆທີ່ກ່ຽວຂ້ອງຂອງທາງການລາວ.

ນອກນັ້ນ, ໃນໄລຍະຢ້ຽມຢາມທາງ​ການ​ຢູ່ ສປ​ປ ລາວ, ທ່ານນາງ ມາດເດິບົວ ບຸກກິກຽວ ຍັງມີແຜນພົບປະເຮັດວຽກກັບ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ກະຊວງ ປກສ, ກະຊວງແຮງງານ ແລະ ສະຫວັດດິການ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ສະພາ​ແຫ່ງຊາດ, ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ, ສູນໃຫ້ການຊ່ວຍເຫລືອ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ແລະບ່ອນອື່ນໆ ທີ່ລວມທັງອົງການຈັດຕັ້ງສາກົນ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງ​ປະເທດ.

ຕາມແຜນການຢ້ຽມຢາມຄັ້ງນີ້, ຜູ້ລາຍງານພິເສດ ສປຊ ຍັງຈະໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຸດົມໄຊ, ຈຳປາສັກ ແລະ ສາລະວັນ ເພື່ອຢ້ຽມຢາມສູນຝຶກອົບຮົມ ແລະ ຟື້ນຟູເດັກນ້ອຍ, ພົບປະຫາລື ແລະ ແລກປ່ຽນຂໍ້ມູນຕ່າງໆນຳເຈົ້າໜ້າທີ່ ແລະ ປະຊາຊົນທ້ອງຖິ່ນຂອງລາວເຮົາຕື່ມອີກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485412
ມື້ນີ້113
ມື້ວານ227
ອາທິດນີ້448
ເດືອນນີ້4717