ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມຂອບໃຈຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ

ໂທລະເລກສະແດງຄວາມຂອບໃຈ

ເຖິງ: ສະຫາຍ ບຸນ​ຍັງ ວໍ​ລະຈິດ,​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ,

      ປະ​ທານ​ປະ​ເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ນະຄອນຫຼວງວຽງຈັນ

​ເນື່ອ​ງ​ໃນ​ການ​ຢ້ຽມຢາມ ລັດຖະກິດ ທີ່ ສປປ ລາວຢ່າງ​ປະສົບ​ຜົນສຳ​ເລັດ​ ອັນ​ຈົບງາມ, ຂ້າພະ​ເຈົ້າ ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດ​ໃຈ​ອີກ​ເທື່ອ​ໜຶ່ງ ມາ​ຍັງ ສະຫາຍ ​ເລຂາທິການ​ໃຫຍ່ ​ແລະ​ໂດຍ​ຜ່ານ​ສະຫາຍ ​ໄປ​ຍັງ​ພັກ​ປະຊາຊົນ​ ປະຕິວັດ​ລາວ, ລັດຖະບານ​ລາວ ​ແລະປະຊາຊົນ​ລາວ​ ອ້າຍ​ນ້ອງ.

​ໃນ​ເວລາ​ດຳ​ເນີນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ໄດ້​ພົບ​ປະ​ກັບສະຫາຍ​​ເລຂາທິການ​ໃຫຍ່, ສະຫາຍ ທອງ​ລຸນ ສີ​ສຸ​ລິດ, ນາຍົກ​ລັດຖະມົນຕີ ​ແລະສະຫາຍ ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ສະຫາຍ​ການ​ນຳ​ພັກ-ລັດ ​ແຫ່ງ ສປປ ລາວ ​ໃນ​ບັນຍາກາດ​ທີ່​ດີ ​ເຊິ່ງ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ກັນ​ສຳຄັນ​ອັນ​ໃໝ່ ດ້ານ​ການ​ເພີ່ມ​ທະວີ​ການ​​ແລກປ່ຽນ​ດ້ານ​ຍຸດ​ທະ​ສາດ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ເປີດ​ກວ້າງ​ການ​ພົວພັນ​ ລະຫວ່າງ ປະຊາຊົນ ​ແລະ ວັດ​ທະນະ​ທຳ ​ແລະ ​ແໜ້ນ​ແຟ້ນການ​ປະສານ​ສົມທົບ​ໃນ​ເວທີ​ຫລາຍ​ຝ່າຍ​ຂອງ​ສອງ​ປະ​ເທດ. ຂ້າພະ​ເຈົ້າ​ຍັງ​ໄດ້​ພົບ​ປະ​ໂອ້​ລົມ​ ກັບ​ຜູ້ຕາງໜ້າ​ຫລາຍໆ ​ສະຫາຍ ຈາກ​ວົງ​ການ​ສັງຄົມ​ປະ​ເທດ​ລາວ, ​ແລກປ່ຽນ​ຄຳ​ຄິດ​ເຫັນ ​ດ້ານ​ການ​ສົ່ງ​ເສີ​ມ ມິດຕະພາບ ​ແລະຄວາມ​ເຂົ້າ​ໃຈ​ກັນ​ ລະຫວ່າງ​ປະຊາຊົນ​ສອງ​ຊາດ. ທັງ​ສອງ​ຝ່າຍ​ຍັງ​ໄດ້​ລົງ​ນາມ​ເຊັນ​ສັນຍາ​ການ​ຮ່ວມ​ມື​ຫລາຍ​ສະບັບ. ຂ້າພະ​ເຈົ້າ​ຮູ້ສຶກ​ເພິ່ງພໍ​ໃຈ​ຢ່າງ​ຍິ່ງ​ຕໍ່​ໝາກຜົນ ​ອັນ​ອຸດົມ​ສົມບູນ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້.

​ໂດຍ​ຜ່ານ​ການ​ຢ້ຽມຢາມ, ຂ້າພະ​ເຈົ້າ​ ຍັງ​ມີ​ຄວາມ​ຮູ້ສຶກ​ຢ່າງ​ເລິກ​ເຊິ່ງ ຕໍ່​ມິດຕະພາບ​ສະໜິດ​ແໜ້ນ​ຂອງ​ປະຊາຊົນ​ລາວ ຕໍ່​ປະຊາຊົນ​ຈີນ, ມີ​ຄວາມ​ຮູ້ສຶກ​ຢ່າງ​ເລິກ​ເຊິ່ງ ຕໍ່​ມິດຕະພາບ​ມູນ​ເຊື້ອ​ຍາວ​ນານທີ່​ມີ​ລ້ຳ​ຄ່າ​ສູງ ລະຫວ່າງ​ສອງ​ຊາດ ຈີນ ​ແລະ ລາວ.ຂ້າພະ​ເຈົ້າ​ຂໍ​ຢືນຢັນ​ຄືນ​ວ່າ ຝ່າຍ​ຈີນ​ຖື​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ການ​ພັດທະນາ​ ສາຍພົວພັນ​ມິດຕະພາບກັບປະ​ເທດ​ລາວ, ຍິນ​ດີ​ທີ່​ຈະ​ຮ່ວມ​ໄມ້​ຮ່ວມ​ມື​ ກັບ​ຝ່າຍ​ລາວ ສືບ​ຕໍ່​ຍຶດຖື​ທິດ​ຊີ້​ນຳ​ທີ່​ໝັ້ນຄົງ​ຍາວ​ນານ ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ແລະ ຮ່ວມ​ມື​ກັນ​ ຢ່າງຮອບດ້ານ ​ແລະນ້ຳ​ໃຈ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ເພື່ອນ​ມິດ​ທີ່​ດີ ສະຫາຍ​ທີ່​ດີ ​ແລະຄູ່​ຮ່ວມ​ມື​ທີ່​ດີ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ ສອງ​ຊາດ​ກ້າວໜ້າ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພ້ອມ​ກັນ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ​ຂອງ​ສອງ​ປະ​ເທດ.

ຂໍ​ອວຍພອນ​ໃຫ້​ພັກ​ປະຊາຊົນ ​ປະຕິວັດ​ລາວ ຈົ່ງ​ຊີ້​ນຳ​ນຳພາ​ ປະຊາຊົນ​ລາວສືບ​ຕໍ່​ບັນລຸ​ຜົນສຳ​ເລັດ​ ໃໝ່ອັນ​​ໃຫຍ່​ກວ່າ​ເກົ່າ​ໃນ​ພາລະກິດ​ປະຕິ​ຮູບ​ໃໝ່​ ຢ່າງຮອບດ້ານ.

ຂໍ​ອວຍພອນ​ໃຫ້​ມິດຕະພາບ​ມູນ​ເຊື້ອ​ສອງ​ລາວ ຈີນ ​ແລະ ລາວ ຈົ່ງ​ສືບ​ຕໍ່​ພັດທະນາ​ ລຸ້ນໆ​ໄປ ​ແລະໝັ້ນຄົງ​ທະ​ນົງ​ແກ່ນ.

ຂໍ​ອວຍພອນ​ໃຫ້​ ສະຫາຍ​ເລຂາທິການ​ໃຫຍ່ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​ ຍິ່ງ​ໃຫຍ່​ກວ່າ​ເກົ່າ​ໃນ​ພາລະ​ໜ້າ​ທີ່​ອັນ​ສູງ​ສົ່ງ.

 

 

                                                                                                    ສີ ຈິ້ນ​ຜິ​ງ

                                                                     ​ເລຂາທິການ​ໃຫຍ່ ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ

                                                                           ປະ​ທານ​ປະ​ເທດ ​ແຫ່ງ ສາທາລະນະລັດ ປະຊາຊົນຈີນ

 

                               ວັນທີ 14 ພະຈິກ 2017

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480224
ມື້ນີ້54
ມື້ວານ157
ອາທິດນີ້622
ເດືອນນີ້6455