ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຈາກບັນດາການນຳ ແຫ່ງ ສປ ຈີນ

                                           ເຖິງ: ສະຫາຍ ບຸນຍັງ ວໍລະຈິດ    

                                                  ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ

ພັກປະຊາຊົນ ປະຕິວັດລາວ ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ທີ່ ນະຄອນຫຼວງວຽງຈັນ

ຮຽນ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທີ່ນັບຖື,

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຂ້າພະເຈົ້າ ຂໍຕາງໜ້າພັກກອມມູນິດຈີນ ປະຊາຊົນຈີນ ແລະ ໃນນາມສ່ວນຕົວ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງ.

ໃນ 1 ປີຜ່ານມາ, ປະເທດລາວ ມີຄວາມໝັ້ນຄົງປອງດອງດ້ານການເມືອງ ແລະ ສັງຄົມ ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ຮັບການປັບປຸງ ແລະ ບົດບາດໃນສາກົນນັບມື້ນັບສູງຂຶ້ນ. ໃນຖານະເປັນສະຫາຍ ແລະ ເພື່ອນມິດ ຂ້າພະເຈົ້າຮູ້ສຶກປິຕິຍິນດີເປັນຢ່າງຍິ່ງຕໍ່ຜົນງານດັ່ງກ່າວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ມີສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນຜູ້ນຳພານັ້ນ, ປະຊາຊົນລາວ ຈະປະສົບຜົນສຳເລັດໃນການບັນລຸໜ້າທີ່ເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງອອກ ແລະ ຍາດໄດ້ຜົນສຳເລັດໃຫມ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການສ້າງສາປະເທດຊາດ.

ສາຍພົວພັນຈີນ-ລາວ ສືບຕໍ່ຮັກສາທ່າອ່ຽງພັດທະນາດີງາມ ໃນປີນີ້ຜ່ານມາ. ການນຳຂັ້ນສູງຂອງທັງສອງປະເທດ ໄດ້ພັດປ່ຽນກັນຢ້ຽມຢາມເປັນປະຈຳ, ຍຸດທະສາດແຫ່ງການພັດທະນາ ເຊື່ອມໂຍງກັນຕາມປົກກະຕິ ການຮ່ວມມືຂອງໂຄງການໃຫຍ່ດຳເນີນໄດ້ດີ ການແລກປ່ຽນພົວພັນລະຫວ່າງ ປະຊາຊົນ ແລະ ວັດທະນະທຳສອງຊາດ ໄດ້ກ້າວເຂົ້າສູ່ລວງເລິກ ເຊິ່ງໄດ້ນຳເອົາ ຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ແລະ ປະຊາຊົນສອງຊາດ ຈີນ-ລາວ. ຂ້າພະເຈົ້າ ຍິນດີຮ່ວມກັບສະຫາຍທຳຄວາມພະຍາຍາມພ້ອມກັນ ເພື່ອສົ່ງເສີມການສ້າງສາຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ ຂອງສອງປະເທດ ຈີນ-ລາວ.

ຂໍອວຍພອນໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນລາວ ຈົ່ງມີຄວາມຜາສຸກ.

ຂໍອວຍພອນໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຈີນ-ລາວ ຈົ່ງຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

 

ສີ ຈິ້ນຜິງ

ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ທີ່ ນະຄອນຫຼວງປັກກິ່ງ, ວັນທີ 2 ທັນວາ ປີ 2017.


 

                                            ເຖິງ: ສະຫາຍ ທອງລຸນ ສີສຸລິດ  

                                                   ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ

 ປະຊາທິປະໄຕ ປະຊາຊົນລາວ

 ທີ່ ນະຄອນຫຼວງວຽງຈັນ

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຂ້າພະເຈົ້າ ຂໍຕາງໜ້າລັດຖະບານຈີນ ແລະ ໃນນາມສ່ວນຕົວ ສະແດງຄວາມ ຊົມເຊີຍຢ່າງສຸດໃຈ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ລັດຖະບານລາວ.

 ຂ້າພະເຈົ້າ ຮູ້ສຶກປິຕິຍິນດີທີ່ໄດ້ເຫັນວ່າ ປະເທດລາວມີຄວາມໝັ້ນຄົງ ແລະ ຜາສຸກ ພາລະກິດສ້າງສາພັດທະນາປະເທດຊາດລາວ ສືບຕໍ່ກ້າວໜ້າໃຫມ່ໃນ 1 ປີ ຜ່ານມາ. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ສາຍພົວພັນສອງປະເທດ ຈີນ-ລາວ ໄດ້ຮັກສາທ່າອ່ຽງພັດທະນາຢ່າງດີງາມ ແລະ ການຮ່ວມມືໃນຂົງເຂດຕ່າງໆຂະຫຍາຍຕົວຢ່າງໝັ້ນທ່ຽງ. ຝ່າຍຈີນ ຍິນດີຮ່ວມກັບ ຝ່າຍລາວ ເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ນັບມື້ນັບມີຄວາມອຸດົມສົມບູນ ແລະ ສ້າງຜົນປະໂຫຍດຕົວຈິງຫຼາຍຂຶ້ນ ໃຫ້ປະຊາຊົນສອງຊາດ.

 ຂໍອວຍພອນໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນລາວ ມີຄວາມຜາສຸກ.

 ຂໍອວຍພອນໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຈີນ-ລາວ ຈົ່ງຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

 

 ລີ ເຄີຊຽງ

 ນາຍົກລັດຖະມົນຕີ ຄະນະລັດຖະບານ

 ແຫ່ງ ສາທາລະນະລັດ ປະຊາຊົນຈີນ


 

                                            ເຖິງ: ສະຫາຍ ປານີ ຢາທໍ່ຕູ້            

                                                   ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ

ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ.

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຂ້າພະເຈົ້າ ຂໍຕາງໜ້າ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ໃນນາມສ່ວນຕົວ ສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ສະພາແຫ່ງຊາດລາວ.

ໃນ 1 ປີຜ່ານມາ ພາລະກິດປະຕິຮູບໃໝ່ຂອງປະເທດລາວ ໄດ້ກ້າວໜ້າພັດທະນາຢ່າງຕໍ່ເນື່ອງ. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ສາຍພົວພັນຈີນ-ລາວ ໄດ້ຂະຫຍາຍຕົວຢ່າງແຂງແຮງ ແລະ ໝັ້ນທ່ຽງ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ສະພາແຫ່ງຊາດລາວ ໄດ້ຮັດແໜ້ນ ແລະ ເພີ່ມທະວີການຮ່ວມມືມິດຕະພາບຢ່າງບໍ່ຢຸດຢັ້ງ. ຝ່າຍຈີນ ຍິນດີທີ່ຈະຮ່ວມກັນກັບຝ່າຍລາວ ຊຸກຍູ້ການແລກປ່ຽນຮ່ວມມືລະຫວ່າງອົງການຮັບຜິດຊອບການສ້າງກົດໝາຍຂອງທັງສອງປະເທດ ແລະ ປະກອບສ່ວນອັນຕັ້ງໜ້າເຂົ້າໃນການລົງເລິກ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຈີນ-ລາວ.

ຂໍອວຍພອນໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນລາວ ຈົ່ງມີຄວາມຜາສຸກ.

ຂໍອວຍພອນໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຈີນ-ລາວ ຈົ່ງຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

 

 

ຈັງ ເດີຈຽງ

ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດ

ສາທາລະນະລັດ ປະຊາຊົນຈີນ


 

                                                        ເຖິງ: ສະຫາຍ ສະເຫຼີມໄຊ ກົມມະສິດ      

                                                              ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ.

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງ ສະຫາຍ.

ໃນ 1 ປີຜ່ານມາ, ພາລະກິດສ້າງສາພັດທະນາຂອງປະເທດລາວ ໄດ້ກ້າວໜ້າຢ່າງໝັ້ນທ່ຽງ, ປະເທດລາວ ມີບົດບາດນັບມື້ນັບສຳຄັນ ໃນເວທີພາກພື້ນ ແລະ ສາກົນ. ປະຈຸບັນນີ້ ສາຍພົວພັນສອງປະເທດຈີນ ແລະ ລາວ ໄດ້ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ສອງຝ່າຍຮັກສາການຮ່ວມມືປະສານສົມທົບຢ່າງໃກ້ຊິດ ໃນກິດຈະການພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຍິນດີທີ່ຈະຮ່ວມກັບສະຫາຍ ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງການນຳຂັ້ນສູງສອງຝ່າຍ ທຳຄວາມພະຍາຍາມຢ່າງຕັ້ງໜ້າ ເພື່ອສ້າງສາຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ ລະຫວ່າງ ສອງຊາດ.

ຂໍອວຍພອນໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນລາວ ຈົ່ງມີຄວາມຜາສຸກ.

ຂໍອວຍພອນໃຫ້ກະຊວງການຕ່າງປະເທດ ທັງສອງຊາດ ຈີນ ແລະ ລາວ ຈົ່ງສືບຕໍ່ເພີ່ມທະວີການຮ່ວມມືຢ່າງບໍ່ຢຸດຢັ້ງ.

 

 

ວັງ ຢິ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນຈີນ

 

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484494
ມື້ນີ້10
ມື້ວານ188
ອາທິດນີ້932
ເດືອນນີ້3799