ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຈາກ ການນຳຂັ້ນສູງ ແຫ່ງ ສສ ມຽນມາ

 

ພະ​ນະ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ

ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລ​ະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະ​ຄອນ​ຫຼວງວຽງ​ຈັນ

 

ພະ​ນະ​ທ່ານ,

          ໃນ​ນາມ​​ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ຖື​ເປັນ​ກຽດສະ​ແດງ​ຄຳຊົມ​ເຊີຍ​ຢ່າງ​ຈິງ​ໃຈ ແລະ ອວຍ​ພອນ​ໄຊອັນ​ອົບ​ອຸ່ນ ມາ​ຍັງ​ ພະ​ນະ​ທ່ານ ແລະ ຜ່ານ ​ພະ​ນະ​ທ່ານ ໄປຍັງ ​ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເນື່ອງ​ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີ ແຫ່ງ ວັນ​ສະ​ຖາປະ​ນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບ​ຮອບ 42 ປີ.

          ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ກໍ​ຄື​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ໃກ້​ຊິດທີ່​ດີ​ງາມ ລະ​ຫວ່າງ ສອງ​ປະ​ເທດພວກ​ເຮົາ ຈະ​ສືບ​ຕໍ່​ແໜ້ນ​ແຟ້ນ​ ແລະ ເລີກ​ເຊິ່ງຍິ່ງ​ໆ​ຂຶ້ນ​ ໃນ​ອະ​ນາ​ຄົດ ເພື່ອ​ຜົນ​ປະ​ໂຫຍດ​ລວມ ຂອງປະ​ຊາ​ຊົນສອງ​ຊາດ​ພວກ​ເຮົາ.

          ຂ້າ​ພະ​ເຈົ້າ ຂໍ​ຖື​ໂອ​ກາດນີ້ ​ສົ່ງ​ຄຳອວຍ​ພອນໄຊອັນ​ປະ​ເສີດ​ ມາ​ຍັງ ພະ​ນະ​ທ່ານ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ ກໍ​ຄື​ເພື່ອຄວາມ​ຈະ​ເລີນ​ກ້າວ​ໜ້າ ແລະ ຮຸ່ງ​ເຮືອງ​ສີ​ວິ​ໄລ ຂອງປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​.

          ດ້ວຍ​ຄວາມເຄົາ​ລົບ ແລະ ​ນັບ​ຖື​ຢ່າງ​ສູງ,

ຕິນ ຈໍ

ປະທານາທິບໍດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ວັນ​ທີ 30 ພະ​ຈິກ 2017

-----------------------------------------------------------------

 

ພ​ະ​ນະ​ທ່ານ ພັນ​ຄຳ ວິ​ພາ​ວັນ

ຮອງປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະ​ຄອນ​ຫຼວງວຽງ​ຈັນ

 

ພະ​ນະ​ທ່ານ,

ເນື່ອງ​ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີ ແຫ່ງ ວັນ​​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບ​ຮອບ 42 ປີ, ຂ້າ​ພະ​ເຈົ້າ ມີ​ຄວາມປິ​ຕິ​ຍິນ​ດີ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ​ພອນໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງປະ​ຊາ​ຊົນ ​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

​          ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນຢ່າງ​ແຮງ​ກ້າ​ວ່າ ສາຍ​ພົວ​ພັນມິດ​ຕະ​ພາບ ແລະ ການ​ຮ່ວ​ມ​ມືອັນ​ໃກ້​ຊິດທີ່​ດີ​ງາມ ລະ​ຫວ່າງ ສອງ​ປະ​ເທດ​ພວກ​ເຮົາ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຈະ​ສືບ​ຕໍ່​ຈະ​ເລີນ​ຍິ່ງໆ​ຂຶ້ນ ທັງ​ໃນ​ກອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ.

ດ້ວຍ​ຄວາມເຄົາ​ລົບ ແລະ ນັບ​ຖື​ຢ່າງ​ສູງ,

 

 ໜິນ ສະເວ

ຮອງປະທານາທິບໍດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫ​ະ​ພາບ ມຽນ​ມາ

ວັນ​ທີ 29 ພະ​ຈິກ 2017

 -----------------------------------------------------------------

 

ພະ​ນະ​ທ່ານ ທອງລຸນ ສີ​ສຸ​ລິດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະ​ຄອນ​ຫຼວງວຽງ​ຈັນ

 

ພະ​ນະ​ທ່ານ,

ໃນ​ນາມ​​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍສົ່ງຄຳ​ຊົມ​ເຊີຍຢ່າງ​ຈິງ​ໃຈ ມາ​ຍັງ ພະ​ນະ​ທ່ານ ແລະ ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເນື່ອງ​ໃນ​ໂອ​ກາດອັນ​ສະ​ຫງ່າ​ລາ​ສີ ​​​ແຫ່ງ ວັນ​ສະ​ຖາ​ປະ​ນາ​ ສາ​ທາ​ລະ​ນະລັດ ປະ​ຊ​າ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບ​ຮອບ 42 ປີ.

ດ້ວຍ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ກັນ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ ​ເຊື່​ອ​ໝັ້ນ​ວ່າ ມິດ​ຕະ​ພາບ​​ ແລະ ການ​ຮ່ວມ​ມື​ອັນ​ໃກ້​ສິດ​ທີ່​ເປັນ​ມູນ​ເຊື້ອອັນ​ດີ​ງາມ​ທີ່​ມີ​ມາ ລະ​ຫວ່າງ ມຽນ​ມາ ແລະ ລາວ ຈະ​ສືບ​ຕໍ່ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໜ້າ ເພື່ອ​ຜົນ​ປະ​ໂຫຍ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ.

ດ້ວຍ​ຄວາມເຄົາ​ລົບ ແລະ ​ນັບ​ຖື​ຢ່າງ​ສູງ,

ອອງ ຊານ ຊູ ຈີ

ທີ່ປຶກສາແຫ່ງລັດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ວັນ​ທີ 30 ພະ​ຈິກ 2017

-----------------------------------------------------------------

 

ພະ​ນະ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ

ລັດ​ຖະ​ມົນ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທ​າ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະ​ຄອນ​ຫຼວງວຽງ​ຈັນ

 

ພະ​ນະ​ທ່ານ,

ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ ສົ່ງ​ຄຳຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ ພະ​ນະ​ທ່ານ ເນື່ອງໃນໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີ ຄົບ​ຮອບ 42 ປີ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

​ຂ້າ​ພະ​ເຈົ້າ ຂໍຖື​ໂອ​ກາດນີ້, ​ສະ​ແດງ​ຄວາມເຊື່ອ​ໝັ້ນ ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ໃກ້​ສິດ ຂອງ​ສາຍ​ພົວ​ພັນ​ອັນ​ດີ​ທີ່​ແໜ້ນ​ແຟ້ນ​ຂອງ​ພວກ​ເຮົາ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫ​ຍາຍ​ຍິ່ງໆ​ຂຶ້ນ​ໃນ​ອະນາ​ຄົດ. ຂ້າ​ພະ​ເຈົ້າ ຕັ້ງ​ໃຈ​ຄອງ​ຄອຍ​ເຮັດ​ວຽກ​ຢ່າງ​ໃກ້​ສິດຮ່ວມ​ກັບພະ​ນະ​ທ່ານ ໃນ​ກອບ​ສອງ​ຝ່າຍ ກໍ​ຄື​ພາກ​ພື້ນ ແລະ ສາ​ກົນ ໂດຍ​ສະ​ເພາະ ໃນ​ກອບ​ອາ​ຊຽນ.

ດ້ວຍ​ຄວາມເຄົາ​ລົບ ແລະ ​ນັບ​ຖື​ຢ່າງ​ສູງ,

 

ອອງ ຊານ ຊູ ຈີ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫ​ະ​ພາບ ມຽນ​ມາ

ວັນ​ທີ 30 ພະ​ຈິກ 2017

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480268
ມື້ນີ້98
ມື້ວານ157
ອາທິດນີ້666
ເດືອນນີ້6499