ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ ປະທານປະເທດ;
ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ແລະ ປະຊາຊົນລາວທຸກຖ້ວນໜ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ.
ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເຫັນວ່າ ການພົວພັນລະຫວ່າງ ສອງປະເທດຂອງພວກເຮົາ ສືບຕໍ່ໄດ້ຮັບການພັດທະນາໃນຫຼາຍໆຂົງເຂດ, ລວມທັງວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການສົ່ງເສີມທາງດ້ານການຄ້າ ແລະ ເສີມຂະຫຍາຍການພົວພັນ ລະຫວ່າງ ປະຊາຊົນ-ປະຊາຊົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ການເປັນຄູ່ຮ່ວມມືແບບກວມລວມສອງຝ່າຍຂອງພວກເຮົາ ຈະສືບຕໍ່ນຳເອົາສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນສອງຊາດຂອງພວກເຮົາ ກໍຄືພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຂອງໂລກໃນຊຸມປີຕໍ່ໜ້າ.
ປະຊາຊົນອາເມລິກາ ແລະ ຂ້າພະເຈົ້າ ຂໍຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ ໃນຄັ້ງນີ້ດ້ວຍ.
ໂດນັນ ທຣໍາ
ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ
ວໍຊິງຕັນ ດີຊີ, ວັນທີ 30 ພະຈິກ 2017
-----------------------------------------------------
ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສະຫະລັດ ອະເມລິກາ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍມາຍັງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແລະ ປະຊາຊົນລາວທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຂອງ ສປປ ລາວ.
ສາຍພົວພັນ ລະຫວ່າງ ສະຫະລັດ ອະເມລິກາ ແລະ ສປປ ລາວ ແມ່ນສືບຕໍ່ໄດ້ຮັບການພັດທະນາບົນຈິດໃຈຂອງການເປັນຄູ່ຮ່ວມມືແບບກວມລວມຂອງພວກເຮົາ ແລະ ພວກຂ້າພະເຈົ້າ ຫວັງວ່າ ສາຍພົວພັນເຫຼົ່ານີ້ຈະເຕີບໃຫຍ່ຂະຫຍາຍ ຕົວຂຶ້ນກວ່າເກົ່າໃນຊຸມປີຕໍ່ໜ້າ. ການສືບຕໍ່ຮ່ວມມືໃນດ້ານວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການສະໜັບສະໜູນທີ່ເຂັ້ມແຂງຂອງອາເມລິກາ ຕໍ່ເປົ້າໝາຍການພັດທະນາຂອງ ສປປ ລາວ ແລະ ການຂະຫຍາຍຕົວທາງດ້ານການຄ້າຂອງພວກເຮົາ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງການຂະຫຍາຍຕົວໃນການພົວພັນສອງຊາດພວກເຮົາ.
ພວກຂ້າພະເຈົ້າມີຄວາມໝັ້ນໝາຍທີ່ຈະເຮັດວຽກຮ່ວມກັບ ສປປ ລາວ ເພື່ອຮັດແໜ້ນການເປັນຄູ່ຮ່ວມມືນຳກັນ ແລະ ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງມາສູ່ສອງປະເທດພວກເຮົາ ກໍຄືພາກພື້ນອາຊີຕາເວັນອອກສ່ຽງ ໃຕ້ ແລະ ຂອງໂລກນຳ. ພວກຂ້າພະເຈົ້າ ຂໍອວຍພອນໄຊໃຫ້ປະຊາຊົນລາວ ຈົ່ງມີແຕ່ຄວາມຜາສຸກ ແລະ ເບີກບານມ່ວນຊື່ນ.
ເຣັກ ທີນເລີສັນ
ລັດຖະມົນຕີຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ
ວໍຊິງຕັນ ດີຊີ, ວັນທີ 30 ພະຈິກ 2017