ພະນະທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫລວງວຽງຈັນ
ພະນະທ່ານ ນາຍົກລັດຖະມົນຕີ,
ໃນນາມລັດຖະບານ ແລະ ປະຊາຊົນມາເລເຊຍ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ.
ຂ້າພະເຈົ້າ ຍັງຈົດຈໍາໄດ້ການຢ້ຽມຢາມ ມາເລເຊຍ ຂອງ ພະນະທ່ານ ໃນເດືອນພຶດສະພາ ປີນີ້, ເຊິ່ງພວກເຮົາໄດ້ຕົກລົງເຫັນດີຮ່ວມກັນ ສຶກສາເບິ່ງທ່າແຮງການຮ່ວມມືໃນຂົງເຂດໃໝ່ ແລະ ເສີມຂະຫຍາຍການຮ່ວມມືໃນປະຈຸບັນໃຫ້ເຂັ້ມແຂງ. ສິ່ງນີ້ເປັນບົດພິສູດເຖິງພັນທະຂອງພວກເຮົາໃນການຈະຮ່ວມກັນເສີມຂະຫຍາຍສາຍພົວພັນທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ. ໂດຍສະເພາະ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ທີ່ຊາບວ່າ ການລົງທຶນທາງດ້ານພື້ນຖານໂຄງລ່າງຫລາຍໂຄງການ ຂອງນັກລົງທຶນມາເລເຊຍ ຢູ່ ສປປ ລາວ ໃນຫລາຍປີຜ່ານມາ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາປະເທດຊາດ ຂອງລາວ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ ສປປ ລາວ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.
ດາໂຕ ສິຣິ ໂມດນາຈິບຕຸນ ອັບດຸນ ລາຊັກ
ນາຍົກລົດຖະມົນຕີ ແຫ່ງ ມາເລເຊຍ
30 ພະຈິກ 2017