ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ
ນີໂກລັສ໌ ມາດູໂຣ ໂມໂຣສ໌, ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ, ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນ ເວເນຊູເອລາ, ຂໍສະແດງຊົມເຊີຍອັນອົບອຸ່ນ ມາຍັງລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ.
ພວກຂ້າພະເຈົ້າ, ຊາວເວເນຊູເອລາ ຊຶ່ງແມ່ນປະຊາຊົນທີ່ມີອະທິປະໄຕ ແລະ ເຄື່ອນໄຫວຕ້ານລັດທິຈັກກະພັດ, ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດນັບແຕ່ການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ແລະ ຄືດັ່ງຄໍາເວົ້າຂອງຜູ້ກອບກູ້ອິດສະຫຼະພາບ ທ່ານ ສີມອນ ໂບລີວາ: “ຄວາມເປັນອັນໜຶ່ງອັນດຽວຂອງປະຊາຊົນພວກເຮົາ ບໍ່ແມ່ນເປັນພຽງຄວາມໄຝ່ຝັນຂອງຄົນ, ແຕ່ຫາກວ່າເປັນສິ່ງກໍານົດຊະຕະກໍາອັນຂາດບໍ່ໄດ້”.
ປະເທດເວເນຊູເອລາ ຂໍຖືໂອກາດນີ້ ເພື່ອຢືນຢັນເຖິງຄວາມໝາຍໝັ້ນ ທີ່ຈະຮັດແໜ້ນສາຍພົວພັນດ້ານການເມືອງ ແລະ ມິດຕະພາບ ທີ່ສອງປະເທດພວກເຮົາມີຄວາມຜູກພັນກັນມາ ນັບແຕ່ປີ 2005 ເປັນຕົ້ນມາ, ບົນຫຼັກການພື້ນຖານການເຄົາລົບອະທິປະໄຕ ແລະ ການຕັດສິນໃຈຂອງປະຊາຊົນພວກເຮົາ.
ກາຣາກັສ໌, 02 ທັນວາ 2017