ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຍິນດີມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ.
ພ້ອມນັ້ນ, ຂ້າພະເຈົ້າ ຂໍຖືໂອກາດນີ້ສົ່ງຄໍາຊົມເຊີຍ ເນື່ອງໃນໂອກາດຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີນີ້.
ຂ້າພະເຈົ້າ ຊາບຊຶ້ງຕໍ່ການສະໜັບສະໜູນຂອງພະນະທ່ານ ຕໍ່ການເປັນປະທານອາຊຽນຂອງ ຟີລິບປິນ ໃນປີນີ້.
ຂ້າພະເຈົ້າ ຫວັງວ່າຈະໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກ ພະນະທ່ານ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການເຕີບໃຫຍ່ຂະຫຍາຍຕົວ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ແລະ ພາກພື້ນ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີຄວາມວັດທະນະຖາວອນ ໃນອະນາຄົດຕໍ່ໜ້າ.
ດ້ວຍຄວາມເຄົາລົບ ແລະ ນັບຖື,
ໂຣດຣິໂກ ຣົວ ດູເຕີເຕ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ