ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວນພອນວັນສ້າງຕັ້ງອາເຊັມ ຄົບຮອບ 22 ປີ (1 ມີນາ 1996 - 1 ມີນາ 2018)

 

ເນື່ອງໃນໂອກາດ ວັນສ້າງຕັ້ງອາເຊັມ ຄົບຮອບ 22 ປີ, ວັນທີ 1 ມີນາ 2018 ນີ້, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງປະຊາຊົນບັນດາປະເທດສະມາຊິກອາເຊັມ ກໍ່ຄືປະຊາຊົນລາວທຸກຖ້ວນໜ້າ.

ຕະຫຼອດໄລຍະແຫ່ງການດຳລົງຄົງຕົວ ມາໄດ້ 22 ປີ, ອາເຊັມໄດ້ກາຍເປັນອີກເວທີໜຶ່ງແຫ່ງການຮ່ວມມືກັນຂອງພາກພື້ນອາຊີ ແລະ ເອີຣົບ ຊຶ່ງກວມເອົາສາມເສົ້າຄ້ຳຂອງການຮ່ວມມືຄື: ເສົາຄ້ຳດ້ານການເມືອງ, ເສົາຄ້ຳດ້ານເສດຖະກິດ ແລະ ເສົາຄ້ຳດ້ານວັດທະນະທຳ-ສັງຄົມ. ໃນກອງປະຊຸມສຸດຍອດອາເຊັມ ຄັ້ງທີ 11 ທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງ ອູລານບາຕໍ, ປະເທດມົງໂກລີ ໃນປີ 2016 ອາເຊັມໄດ້ມີຂໍ້ລິເລີ່ມດ້ານການເຊື່ອມຈອດລະຫວ່າງ ສອງພາກພື້ນ ເພື່ອສົ່ງເສີມຄວາມຮ່ວມມື ດ້ານການຄົມມະນາຄົມ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ລະຫວ່າງຄົນກັບຄົນ. ເພື່ອຜັນຂະຫຍາຍຂໍ້ລິເລີ່ມດັ່ງກ່າວ ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 13 ທີ່ຈັດຂຶ້ນຢູ່ ສສ. ມຽນມາ ໃນທ້າຍປີ 2017 ໄດ້ຮັບຮອງເອົາກົນໄກເຮັດວຽກ ຂອງໜ່ວຍງານລິເລີ່ມດ້ານການເຊື່ອມຈອດ (ASEM Pathfinder Group on Connectivity) ແລະ ມອບໝາຍໃຫ້ໜ່ວຍງານດັ່ງກ່າວ ດຳເນີນການຄົ້ນຄວ້າ ກຳນົດຄຳນິຍາມດ້ານການເຊື່ອມຈອດອາເຊັມໃຫ້ສຳເລັດ ແລະ ລາຍງານຕໍ່ກອງປະຊຸມສຸດຍອດ ຄັ້ງທີ 12 ທີ່ຈະຈັດຂຶ້ນຢູ່ ບຣຸກແຊນ, ປະເທດແບນຊິກ ໃນເດືອນຕຸລາ 2018. ໃນປີ 2017 ນີ້ ໄດ້ມີການຟື້ນຄືນກອງປະຊຸມລັດຖະມົນຕີເສດຖະກິດອາເຊັມ ຊຶ່ງໄດ້ຖືກໂຈະມາແຕ່ປີ 2005 ຄວາມຄືບໜ້າບາດກ້າວໜຶ່ງທີ່ກ່າວມານີ້ ໄດ້ເປັນການປະກອບສ່ວນເພື່ອສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງທະວີບ ໃຫ້ນັບມື້ນັບກວ້າງຂວາງອອກຕື່ມ.

ສະເພາະ ສປປ ລາວ ທີ່ເຂົ້າເປັນສະມາຊິກອາເຊັມ ແຕ່ປີ 2004 ເປັນຕົ້ນມາ, ກໍ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ປະກອບສ່ວນເຂົ້າໃນກິດຈະກຳຕ່າງໆ ຂອງອາເຊັມຢ່າງຫ້າວຫັນ ແລະ ຕໍ່ເນື່ອງ ໂດຍສະເພາະການໄດ້ຮັບກຽດອັນສູງ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາເຊັມ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ ໃນປີ 2012. ໃນເດືອນຕຸລາ 2017 ຜ່ານມາ, ສປປ ລາວ ກໍ່ໄດ້ເປັນເຈົ້າພາບຈັດກອງປະຊຸມສໍາມະນາອາເຊັມ ຄັ້ງທີ 6 ວ່າດ້ວຍການຄຸ້ມຄອງນໍ້າແບບປະສົມປະສານເພື່ອການພັດທະນາແບບຍືນຍົງ ທີ່ ແຂວງຈຳປາສັກ, ຊຶ່ງເປັນບາດກ້າວໃໝ່ໃນການປະກອບສ່ວນຂອງ ສປປ ລາວ ເຂົ້າໃນຂະບວນການຊຸກຍູ້ ແລະ ສົ່ງເສີມ ການຮ່ວມມືລະຫວ່າງສອງພາກພື້ນ ອາຊີ-ເອີຣົບ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາປະເທດ ສະມາຊິກອາເຊັມ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງ ໃນຖານະທີ່ເປັນສະມາຊິກອາເຊັມດ້ວຍກັນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມືທີ່ດີງາມ ແລະ ຍາວນານ ລະຫວ່າງ ສອງພາກພື້ນອາຊີ-ເອີຣົບ ຈະຍິ່ງນັບມື້ນັບເພີ່ມທະວີຄວາມແໜ້ນແຟ້ນຂຶ້ນ ແລະ ກ້າວໄປສູ່ລະດັບໃໝ່ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງທະວີບ.

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480416
ມື້ນີ້74
ມື້ວານ172
ອາທິດນີ້814
ເດືອນນີ້6647