ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກຊົມເຊີຍ ຈາກລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຖິງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ໃນໂອກາດໄດ້ຮັບການເລືອກຕັ້ງເປັນທີ່ປຶກສາແຫ່ງລັດ ແລະ ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ອີກວາລະໜຶ່ງ

ໂທລະເລກຊົມເຊີຍ

ເຖິງ: ສະຫາຍຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ

     ​ ​ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ທີ່ນະຄອນຫຼວງປັກກິ່ງ

       ສະຫາຍທີ່ຮັກແພງ,

        ​

​        ​ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນທີ່ປຶກສາແຫ່ງລັດ ແລະ ສືບຕໍ່ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ອີກວາລະໜຶ່ງ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍຢ່າງຈິງໃຈມາຍັງສະຫາຍ.

        ການທີ່ສະຫາຍ​ ​ໄດ້ຮັບການແຕ່ງຕັ້ງ​​ໃຫ້ດຳລົງຕຳ່ແໜງທີ່ມີຄວາມສຳຄັນໃນຄວາມຮັບຜິດຊອບສູງນີ້ເປັນການສແດງເຖິງຄວາມໄວເນື້ອເຊື່ອໃຈແລະ ການຕີລາຄາສູງຂອງພັກ, ລັດຖະບານແລະ ປະຊາຊົນຈີນຕໍ່ບົດບາດແລະການປະກອບສ່ວນອັນສຳຄັນຂອງສະຫາຍເຂົ້າໃນພາລະກິດສ້າງສາພັດທະນາປະເທດຈີນເພື່ອເຮັດໃຫ້ສປຈີນກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝແລະມັ່ງຄັ່ງ​​ເຂັ້ມແຂງ, ມີບົດບາດນັບມື້ນັບສູງເດັ່ນຂື້ນໃນເວທີພາກພື້ນແລະສາກົນ.

  ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ຈະສືບຕໍ່ຮ່ວມກັບສະຫາຍເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອແລະ ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ສປປ ລາວແລະ ສປ ຈີນ​, ​ໂດຍສະເພາະແມ່ນການຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງກະຊວງການຕ່າງປະເທດພວກເຮົາໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຈີນ ແລະ ເພື່ອສັນຕິພາບແລການພັດທະນາຂອງພາກພື້ນ ແລະ ສາກົນ.

ຂໍອວຍພອນ​​ໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າ​​ເກົ່າໃນພາລະກິດອັນສູງສົ່ງຂອງສະຫາຍ​.

ນະຄອນຫຼວງວຽງຈັນ, ວັນທີ 19 ມີນາ 2018

       ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີການກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484460
ມື້ນີ້164
ມື້ວານ273
ອາທິດນີ້898
ເດືອນນີ້3765