ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ສົ່ງສານອວຍພອນວັນສ້າງຕັ້ງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 2 ປີ ( 23 ມີນາ 2016 – 23 ມີນາ 2018)

ເນື່ອງໃນໂອກາດ ສະເຫຼີມສະຫຼອງສັບປະດາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ວັນສ້າງຕັ້ງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 2 ປີ, ວັນທີ 23 ມີນາ 2018 ນີ້, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງການນໍາ ແລະ ປະຊາຊົນບັນດາປະເທດສະມາຊິກ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍຄືປະຊາຊົນລາວທຸກຖ້ວນໜ້າ.

ນັບແຕ່ການສ້າງຕັ້ງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂື້ນມາໄດ້ 2 ປີ, ຂອບການຮ່ວມມືດັ່ງກ່າວ ໄດ້ກາຍເປັນອີກເວທີໜຶ່ງ ແຫ່ງການຮ່ວມມືກັນຂອງອະນຸພາກພື້ນອາຊີ ທີ່ມີຄວາມເຂັ້ມແຂງ ຊຶ່ງກວມເອົາສາມເສົ້າຄ້ຳຂອງການຮ່ວມມືຄື: ເສົາຄ້ຳດ້ານການເມືອງ-ຄວາມໝັ້ນຄົງ, ເສົາຄໍ້າດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ, ເສົາຄ້ຳດ້ານວັດທະນະທຳ-ສັງຄົມ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນກັບປະຊາຊົນ ແລະ ມີ 5 ຂະແໜງການບູລິມະສິດ ຄື: ການເຊື່ອມຈອດ, ການສ້າງຂີດຄວາມສາມາດໃນການຜະລິດ, ເສດຖະກິດ-ການຄ້າ, ບໍລິຫານຊັບພະຍາກອນນໍ້າ, ແລະ ກະສິກຳ ແລະ ລືບລ້າງຄວາມທຸກຍາກ. ຢູ່ກອງປະຊຸມຜູ້ນໍາຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ທີ່ໄດ້ຈັດຂຶ້ນ ຢູ່ ພະນົມເປັນ, ກໍາປູເຈຍ, ໃນເດືອນມັງກອນ 2018 ທີ່ຜ່ານມາ ບັນດາຜູ້ນໍາປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານ ແລະ ບັນດາໂຄງການຮ່ວມມືຕ່າງໆ ພາຍໃຕ້ຖະແຫຼງການຊັນຢາ ທີ່ບັນດາຜູ້ນໍາໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1. ພ້ອມນີ້, ກອງປະຊຸມຜູ້ນໍາຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ກໍຍັງໄດ້ຮັບຮອງເອົາຖະແຫຼງການພະນົມເປັນ ເພື່ອສົ່ງເສີມການຮ່ວມມື, ສ້າງຄວາມຢູ່ດີກິນດີຂອງປະຊາຊົນໃນຂົງເຂດນີ້, ຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງ ບັນດາປະເທດໃນພາກພື້ນ ແລະ ສະໜັບສະໜູນການສ້າງປະຊາຄົມອາຊຽນ ພ້ອມທັງ ສົ່ງເສີມການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ ປີ 2030 ບົນພື້ນຖານການຮ່ວມມືແບບ ໃຕ້-ໃຕ້, ບັນດາຂໍ້ລິເລີ່ມຕ່າງໆຂອງ ໜຶ່ງແລວ-ໜຶ່ງເສັ້ນທາງ, 13 ຂໍ້ລິເລີ່ມຂອງ ສປ. ຈີນ, ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ບັນດາບົດຖະແຫລງຂ່າວຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງຜ່ານມາ.

ສປປ ລາວ ໄດ້ຮັບກຽດຮ່ວມກັບ ສປ ຈີນ ເປັນປະທານຮ່ວມຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນປີ 2018-2020 ຈະສຶບຕໍ່ຮ່ວມກັບປະເທດສະມາຊິກ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ຂອງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ໂດຍສະເພາະ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3, ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງ ໃນໄລຍະແຕ່ປີ 2018 ຫາ 2020.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາປະເທດແມ່ນໍ້າຂອງ ແລະ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ຮ່ວມມືກັນ ເປັນຈິດໜຶ່ງໃຈດຽວ ເໝືອນດັ່ງ ຄໍາຂວັນ ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແມ່ນໍ້າແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ. ສປປ ລາວ ໃນຖານະທີ່ເປັນສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ປະເທດສະມາຊິກ ຈະຍິ່ງນັບມື້ນັບເພີ່ມທະວີຄວາມແໜ້ນແຟ້ນຂຶ້ນ ແລະ ກ້າວໄປສູ່ລະດັບໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອຄວາມຢູ່ດີກິນດີ ແລະ ຈະເລີນວັດທະນາ ຂອງປະຊາຊົນ ໃນພາກພື້ນຂອງພວກເຮົາ.

                                                                                     

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485472
ມື້ນີ້173
ມື້ວານ227
ອາທິດນີ້508
ເດືອນນີ້4777