ນະຄອນຫຼວງວຽງຈັນ, ວັນທີ 13 ເມສາ 2018
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວວ່າ ເຮືອບິນຂອງ ກອງທັບ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ໄດ້ປະສົບອຸບັດຕິເຫດຕົກຢູ່ທາງພາກເໜືອຂອງ ອານເຊຣີ ໃນວັນທີ 11 ເມສາ 2018 ທີ່ຜ່ານມາ, ເຊິ່ງໄດ້ເຮັດໃຫ້ຜູ້ຄົນໃນເຮືອບິນລຳດັ່ງກ່າວເສຍຊີວິດທັງໝົດ.
ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນ ຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ແບ່ງເບົາຄວາມເສົ້າໂສກເສຍໃຈມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອານເຊຣີ, ໂດຍສະເພາະຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດຕິເຫດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງ ລັດຖະບານອານເຊຣີ, ປະຊາຊົນອານເຊຣີ ຈະສາມາດຜ່ານຜ່າຊ່ວງເວລາອັນເສົ້າສະຫຼົດໃຈນີ້.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອັບແດລກາເດ ມາຊາແຮລ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ
ທີ່ ອານເຊີ