ນະຄອນຫຼວງວຽງຈັນ, ວັນທີ 04 ພຶດສະພາ 2018
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວເຫດການພາຍຸຝົນທີ່ຮຸນແຮງຢູ່ຫຼາຍລັດທາງພາກເໜືອຂອງອິນເດຍ ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນເດຍ ເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈມາຍັງພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ອິນເດຍ, ໂດຍສະເພາະສະມາຊິກຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດ ໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງ ລັດຖະບານ, ປະຊາຊົນ ອິນເດຍ ໃນເຂດດັ່ງກ່າວ ຈະສາມາດຟື້ນຟູໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ນາເຣັນດຣາ ໂມດີ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ອິນເດຍ