ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2018
ພະນະທ່ານ ນີໂກລາດສ ມາດູໂຣ ໂມໂຣດສ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ບໍລີວາຣຽນ ເວເນຊູເອລາ
ທີ່ ນະຄອນຫຼວງ ກາລາກັດສ
ພະນະທ່ານ,
ໃນນາມຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຮັບໄຊຊະນະ ໃນການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ບໍລີວາຣຽນ ເວເນຊູເອລາ ອີກສະໄໝໜຶ່ງ.
ຂ້າພະເຈົ້າເຊື້ອໜັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການສືບຕໍ່ນໍາພາຂອງພະນະທ່ານ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫ່ຍຫຼວງ ໃນການພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກ ຂອງ ປະຊາຊົນ ເວເນຊູເອລາ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມພາສຸກ ແລະ ໄດ້ຮັບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ