ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ແຫ່ງ ສະຫະພັນ ຣັດເຊຍ

   ນະຄອນຫລວງ​ວຽງ​ຈັນ, ວັນ​ທີ  ມິຖຸນາ 2018

ພະນະ​ທ່ານ ວະລາ​ດີ​ເມຍ ປູ​ຕິນ,

ປະທານ​າທິບໍດີ ​ແຫ່ງ ສະຫະພັນ ຣັດ​ເຊຍ

ທີ່ ນະ​ຄອນ​ຫລວງ ມົດ​ສະ​ກູ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ, ຂ້າພະເຈົ້າ ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ຜົນ​ສໍາ​ເລັດ​ອັນ​ຈົບງາມ​ທີ່​ຍາດ​ມາ​ໄດ້​ໃນ​ການ​ພັດທະນາສາຍ​ພົວພັນ ​ແລ​ະ ການ​ຮ່ວມ​ມື​ ລະ​ຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ສະຫະພັນ ຣັດ​ເຊຍ​ແມ່ນ​ໝາກ​ຜົນ​ຂອງ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນແລະກັນ ລວມທັງການ​ສະ​ໜັບ​ສະ​ໜູນຊ່ວຍ​ເຫຼືອທີ່​ມີ​ປະສິດທິພາບ ບົນ​ພື້ນຖານ​ແຫ່ງ​ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດນໍາກັນ.

ຂ້າພະ​ເຈົ້າ​ ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ມິດຕະພາບ ທີ່​ມີ​ມູນ​ເຊື້ອອັນ​ດີງາມ ​ແລະ ການ​ຮ່ວມ​ມື​ ມີມາແຕ່ຍາວນານ ທີ່​ຕ່າງ​ຝ່າຍຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍດ ລະຫວ່າງ​ ສອງ​ປະ​ເທດ​ພວກ​ເຮົາ ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຍິ່ງໆຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ, ​ເພື່ອ​ສັນຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື ​​ເພື່ອ​ການ​ພັດທະນາຢູ່​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ້າພະ​ເຈົ້າ ​ຂໍ​ອວຍພ​ອນ​​ໃຫ້​ພະນະ​ທ່ານ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບຜົນ​ສໍາ​ເລັດອັນ​ໃຫຍ່​ຫລວງ​ໃນ​ການ​ນໍາພາ​ປະ​ເທດ​ຊາດ​ຂອງ​ພະນະ​ທ່ານ ​ໄປ​ສູ່​ ຄວາມ​ວັດທະນາ​ຖາວອນ ​ແລະ ປະຊາຊົນຣັດ​ເຊຍ​ ມີ​ຄວາມ​ສົມບູນ​ພູນ​ສຸກ​ ຢ່າງ​ບໍ່​ຢຸດ​ຢັ້ງ.

                                                                   ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

                                                                      ບຸນຍັງ ວໍລະຈິດ

                                                                ປະທານ​ປະ​ເທດ ​ແຫ່ງ

                                                  ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ


 

ພ​ະ​ນະ​ທ່ານ ເດີມີຕຼີ ເມັດເວເດັບ,

ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສະ​ຫະ​ພັນ ຣັດ​ເຊຍ

ທີ່ ນະ​ຄອນ​ຫລວງ ມົດ​ສະ​ກ

ພະ​ນະ​ທ່ານ,

          ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ແຫ່ງ ສະ​ຫະ​ພັນ ຣັດ​ເຊຍ, ຂ້າພະ​ເຈົ້າຕາງໜ້າ​ໃຫ້​ລັດຖະບານແຫ່ງ ສປປ ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ ​ສົ່ງ​ຄຳ​ຊົມ​ເຊີຍ​​ຢ່າງ​ຈິງ​ໃຈແລະ ພອນໄຊອັນປະເສີດ​ ມາ​ຍັງ​ພະ​ນະ​ທ່ານ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນ​ສຳ​ເລັດອັນ​ໃຫ່ຍຫລວງໃນ​ໜ້າ​ທີ່​ອັນ​ສົມ​ກຽດ​ຂອງ​ພະນະ​ທ່ານ.

ຂ້າພະເຈົ້າ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ມີມາຫຼາຍທົດສະວັດ ລະຫວ່າງ ລາວ-ຣັດເຊຍ ທີ່ເຕັມໄປດ້ວຍຄວາມເຂົ້າອົກເຂົ້າໃຈ, ຊ່ວຍເຫລືອ ແລະ ການສະໜັບສະໜູນຊຶ່ງກັນແລະກັນ. ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ວ່າ ການພົວພັນຮ່ວມມືທີ່ເປັນມູນເຊື້ອດັ່ງກ່າວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ​ໃນອະນາຄົດ.

ຂ້າ​ພ​ະ​ເຈົ້າ ເຊື່ອຫມັ້ນ​ວ່າ, ດ້ວຍຄວາມພະຍາຍາມຮ່ວມກັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະກັນ ​ແລະການ​ສະ​ໜັບ​ສະ​ໜູນຊ່ວຍ​ເຫຼືອທີ່​ມີ​ປະສິດທິພາບ ຈະ​​ເປັນ​ພື້ນຖານ​ອັນ​ສໍາຄັນ​ໃຫ້​​ແກ່​ການ​ຮັດ​ແໜ້ນ ​ແລະ ເສີມ​ຂະຫຍາຍສາຍພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສອງລັດຖະບານພວກເຮົາ ເພື່ອ​ຜົນ​ປະ​ໂຫຍດ​ຂອງປະ​ຊາ​ຊົນ​ລາວ ແລະ ປະຊາຊົນຣັດ​ເຊຍ, ເພື່ອສັນ​ຕິ​ພາບ​​ ແລະ ການ​ຮ່ວມ​ມື​ສາ​ກົນ.

ດ້ວຍ​ຄວາ​ມ​ນັບ​ຖື​ຢ່າງ​ສູງ,

                                                                        ທອງ​ລຸນສີສຸລິດ,

         ນາ​ຍົກ​ລັດ​ຖະ​ມົນ​ຕີ

                                                      ແຫ່ງ ສາ​ທາ​ລະ​ນະ​ລັດປະຊາທິປະໄຕປະຊາຊົນລາວ


 

ພະນະ​ທ່ານ ​ເຊຣ​ເກ ລາ​ວະຣົບ,

ລັດຖະມົນຕີ​​ກະຊວງ​ການຕ່າງປະ​ເທດ ​ແຫ່ງ ສະຫະພັນ ຣັດ​ເຊຍ

ທີ່ນະຄອນຫລວງມົດສະ

       

ພະນະທ່ານ,

        ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ.

ຂ້າພະ​ເຈົ້າ ຢືນຢັນເຖິງຄວາມກຽມພ້ອມທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ໃນການຜັນຂະຫຍາຍຜົນການຢ້ຽມຢາມ ຣັດເຊຍ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນທ້າຍປີ 2017 ທີ່ຜ່ານມາ ເພື່ອເພີ່ມທະວີປະກອບສ່ວນເຂົ້າໃນການເສີມສ້າງສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ແລະ ການຮ່ວມມືມາແຕ່ຍາວນານ ລະຫວ່າງ ລາວ-ຣັດເຊຍ ກໍຄື ສອງກະຊວງການຕ່າງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ, ​ເພື່ອ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ສາກົນ.

ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໃຫ້ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.

       ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

     ສະເຫລີມໄຊ ກົມມະສິດ

       ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ

        ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484497
ມື້ນີ້13
ມື້ວານ188
ອາທິດນີ້935
ເດືອນນີ້3802