ສະຫາຍ ຫວັງ ອີ້,
ທີ່ປຶກສາແຫ່ງລັດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ທີ່ນັບຖື,
ຂ້າພະເຈົ້າມີຄວາມເຂົ້າສະຫລົດໃຈເປັນຢ່າງຍິ່ງທີ່ໄດ້ຮັບຂ່າວວ່າ:ໃນວັນທີ 05 ກໍລະກົດ 2018 ຜ່ານມານີ້, ໄດ້ເກີດອຸປະຕິເຫດເຮືອທ່ອງທ່ຽວຫລົ້ມຢູ່ກາງທະເລ ທີ່ ຈັງຫວັດພູເກັດ, ປະເທດໄທ ເຊິ່ງໄດ້ເຮັດໃຫ້ນັກທ່ອງທ່ຽວຂອງ ສປ ຈີນ ເສຍຊີວິດ ແລະ ໄດ້ຮັບບາດເຈັບຈຳນວນຫລາຍ.
ໃນນາມລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຕາງຫນ້າ ຄະນະນຳ ແລະ ພະນັກງານລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ໂດຍຜ່ານສະຫາຍ ມາຍັງລັດຖະບານ ແລະ ປະຊາຊົນຈີນ ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້.
ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2018
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ