ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ຕໍ່ການເສຍຊີວິດຂອງ ປະທານປະເທດ ແຫ່ງ ສສ. ຫວຽດນາມ

ສົ່ງເຖິງ:  - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,

          - ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ,

          - ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ,

                   - ສູນກາງແນວໂຮມປະເທດຊາດຫວຽດນາມ

                                                                             ທີ່ນະຄອນຫຼວງຮ່າໂນ້ຍ

ບັນດາສະຫາຍ ທີ່ຮັກແພງ,

   ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປ ຢ່າງບໍ່ມີມື້ຫວນກັບຄືນມາ ຂອງສະຫາຍ ເຈິ່ນ ດ໋າຍ ກວາງ, ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝ ທີ X, XI, XII, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ XI, XII; ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

  ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນ ຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສສ.ຫວຽດນາມ ຕະຫຼອດຊີວິດຂອງການເຄື່ອນໄຫວປະຕິວັດຂອງຕົນ, ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຂອງຫວຽດນາມ. ສະຫາຍ ເຈິ່ນ ດ໋າຍ ກວາງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດມາ.

  ການຈາກໄປ ຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກ ຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແຕ່ຍັງເປັນການສູນເສຍເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໜົມ ຜູ້ໜຶ່ງ ຂອງ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.

 ໃນຊ່ວງເວລາອັນໂສກເສົ້ານີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ຂໍແບ່ງເບົາຄວາມທຸກໂສກ ແລະ ສົ່ງຄວາມເຫັນອົກເຫັນໃຈ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຜ່ານບັນດາສະຫາຍ ເຖິງ ປະຊາຊົນ ຫວຽດນາມ ອ້າຍນ້ອງ ໂດຍສະເພາະ ມາຍັງຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ມານະໂອກາດນີ້ດ້ວຍ.

                ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ແລະຂໍໃຫ້ເຖິງດວງວິນຍານ ຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ!

                                              ນະຄອນຫຼວງວຽງຈັນ, ວັນທີ 21 ກັນຍາ 2018

 

 

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ສະພາແຫ່ງຊາດ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສູນກາງແນວລາວສ້າງຊາດ

 

 

 

 

 

ຊິວະປະຫວັດຫຍໍ້

ສະຫາຍ ເຈິ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

ຊື່ ແລະ ນາມສະກຸນ: ເຈິ່ນ ດ໋າຍ ກວາງ.

ວັນເດືອນປີເກີດ: 12 ຕຸລາ 1956

ທີ່ເກີດ: ຕາແສງກວາງທ້ຽນ, ເມືອງກິນເສີນ, ແຂວງນິ່ງບິງ

ບ້ານຢູ່ປະຈຸບັນ: ເລກທີ 8, ຖະໜົນ ງຸ້ຍ ຢື ກອນ ຕຸມ, ເຂດ ເຍີນ ຈິ້ງ, ເມືອງ ແທງ ຊວນ, ນະຄອນຮ່າໂນ້ຍ

ຊົນເຜົ່າ: ກິງ; ສາສະໜາ: ບໍ່ມີ.

ລະດັບວິຊາສະເພາະ, ໜ້າທີ່: ປະລິນຍາເອກກົດໝາຍ, ວິທະຍາຄານປ້ອງກັນຄວາມສະຫງົບ.

ລະດັບຮຽນ: ປະລິນຍາເອກ; ນາມມະຍົດ: ສາດສະດາຈານ.

ທິດສະດີການເມືອງ: ຂັ້ນສູງ.

ພາສາຕ່າງປະເທດ: ພາສາຈີນ.

ສະຖານທີ່ເຮັດວຽກ: ຫ້ອງວ່າການປະທານປະເທດ, ບາ ດິງ, ຮ່າໂນ້ຍ.

ວັນເດືອນປີເຂົ້າພັກ: 26 ກໍລະກົດ 1980, ເຂົ້າທາງການ: 26 ກໍລະກົດ 1981.

ສະມາຊິກສະພາແຫ່ງຊາດ ສະໄໝ: XIII, XIV

 

ໄລຍະການປະຕິບັດງານ ໂດຍຫຍໍ້:

-       ແຕ່ເດືອນ 7/1972-10/1975: ນັກສຶກສາ ໂຮງຮຽນຕໍາຫຼວດປະຊາຊົນສູນກາງ ແລະ ໂຮງຮຽນພາສາຕ່າງປະເທດຊັ້ນສູງ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕໍາຫຼວດ).

-       ແຕ່ເດືອນ 10/1975-6/1987: ພະນັກງານກົມປ້ອງກັນການເມືອງ I, ຫຼັງຈາກນັ້ນແຍກເປັນກົມປ້ອງກັນການເມືອງ I, ຕໍາແໜ່ງຮອງຫົວໜ້າພະແນກສອດແນມ, ກົມປ້ອງກັນການເມືອງ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕໍາຫຼວດ).

-       ແຕ່ເດືອນ 6/1987-6/1990: ຫົວໜ້າພະແນກເສນາທິການ ແລະ ຫົວໜ້າພະແນກສອດແນມ, ກົມປ້ອງກັນການເມືອງ 2, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕໍາຫຼວດ).

-       ແຕ່ເດືອນ 6/1990-9/1996: ຮອງເລຂາຄະນະພັກ, ຮອງຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕໍາຫຼວດ).

-       ແຕ່ເດືອນ 9/1996-10/2000: ຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕໍາຫຼວດ, ກໍາມະການຄະນະບໍລິຫານງານພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ກໍາມະການຄະນະປະຈໍາພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ເລຂາຄະນະພັກກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕໍາຫຼວດ.

-       ແຕ່ເດືອນ 10/2000-4/2006: ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງຕໍາຫຼວດ; ໄດ້ເລື່ອນຊັ້ນເປັນພົນຈັດຕະວາ (2003) ແລະ ເປັນຮອງສາດສະດາຈານ (2003).

-       ແຕ່ເດືອນ 4/2006-1/2011: ກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ X, ກໍາມະການຄະນະພັກຕໍາຫຼວດສູນກາງ, ກໍາມະການຄະນະປະຈໍາພັກຕໍາຫຼວດສູນກາງ, ຮອງລັດຖະມົນຕີກະຊວງຕໍາຫຼວດ; ໄດ້ເລື່ອນຊັ້ນເປັນພົນຕີ (2007) ແລະ ເປັນສາດສະດາຈານ (2009).

-       ແຕ່ເດືອນ 1/2011-8/2011: ກໍາມະການກົມການເມືອງສູນກາງພັກ, ຄະນະປະຈໍາພັກຕໍາຫຼວດສູນກາງ, ຮອງລັດຖະມົນຕີກະຊວງຕໍາຫຼວດ.

-       ແຕ່ເດືອນ 8/2011-4/2016: ກໍາມະການກົມການເມືອງ (ສະໄໝທີ XI, XII), ກໍາມະການສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳມະການຄະນະພັກລັດຖະບານ, ເລຂາພັກຕໍາຫຼວດສູນກາງ, ລັດຖະ ມົນຕີກະຊວງຕໍາຫຼວດ; ໄດ້ເລື່ອນເປັນຊັ້ນພົນໂທ (2011), ພົນເອກ (2012), ຫົວໜ້າຄະນະຊີ້ນໍາໄຕຫງວຽນ, ຜູ້ແທນສະພາແຫ່ງຊາດ ສະໄໝທີ XIII, ຮອງຫົວໜ້າຄະນະຊີ້ນໍາສູນກາງ ກ່ຽວກັບປ້ອງກັນ-ຕ້ານສໍ້ລາດບັງຫຼວງ, ຮອງຫົວໜ້າອະນຸກໍາມະການປ້ອງກັນການເມືອງພາຍໃນສູນກາງ.

-       ແຕ່ເດືອນ 4/2016 ເຖິງປະຈຸບັນ: ກໍາມະການກົມການເມືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນໍາປັບປຸງຍຸຕິທໍາສູນກາງ, ສະມາຊິກສະພາແຫ່ງຊາດ ສະໄໝທີ XIII, XIV

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485470
ມື້ນີ້171
ມື້ວານ227
ອາທິດນີ້506
ເດືອນນີ້4775